ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກຖະຫວາຍທູບທຽນ,ອາໄລຫາປະທານໂຮ່ຈີມິນ

ຕອນເຊົ້າວັນທີ 31 ສິງຫາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຖະຫວາຍທູບທຽນ, ອາໄລຫາປະທານໂຮ່ຈິມິນ ຢູ່ເຮືອນເລກທີ 67 ຂຶ້ນກັບເຂດປູຊະນີຍະສະຖານປະທານໂຮ່ຈີມິນ ໃນບໍລິເວນທຳນຽບປະທານປະເທດ

ເນື່ອງໃນໂອກາດ 49 ປີແຫ່ງວັນປະທານໂຮ່ຈີມິນ ເຖິງແກ່ມໍລະນະກຳ (02 ກັນຍາ 1969 – 02 ກັນຍາ 2018) ແລະ ກໍ່ແມ່ນ 49 ປີແຫ່ງວັນປະຕິບັດຄຳພິໄນກຳຂອງປະທານໂຮ່ຈີມິນ.

        ທີ່ເຮືອນເລກທີ 67, ເຊິ່ງແມ່ນແຫ່ງທີ່ປະທານໂຮ່ຈີມິນ ເຄີຍດຳລົງຊີວິດ ແລະ ເຮັດວຽກໃນຊຸມວັນ, ເດືອນ, ປີສຸດທ້າຍກ່ອນທີ່ຫຼ່ວງລັບໄປ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຖະຫວາຍທູບທຽນອາໄລຫານັກວິລະຊົນ, ຜູ້ທີ່ໄດ້ອຸທິດຕະຫຼອດຊີວິດ, ເສຍສະຫຼະເພື່ອເອກະລາດ, ເສລີພາບຂອງປະເທດຊາດ, ເພື່ອຄວາມຜາສຸກຂອງປະຊາຊົນ. ຕໍ່ໜ້າດວງວິນຍານຂອງປະທານໂຮ່ຈີມິນ, ໂດຍຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນໃນທົ່ວປະເທດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອຕໍ່ບຸນຄຸນອັນໃຫຍ່ຫຼວງຂອງປະທານໂຮ່ຈີມິນ ທີ່ສະຫງວນໃຫ້ພາລະກິດແຫ່ງການຕໍ່ສູ້, ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ.

(ແຫຼ່ງຄັດຈາກ VOV)

 


top