• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເປັນປະທານກອງປະຊຸມອະນຸກຳມະການເອກະສານກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ

      ຕອນເຊົ້າວັນທີ 06 ກັນຍາ, ທີ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ, ຫົວໜ້າອະນຸກຳມະການເອກະສານ ໄດ້ເປັນປະທານກອງປະຊຸມຂອງອະນຸກຳມະການເອກະສານກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ. 

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ເຫັນດີເປັນເອກະພາບໂດຍພື້ນຖານຕໍ່ຮ່າງບົດລາຍງານການເມືອງ, ສະເໜີໜ່ວຍງານຮຽບຮຽງເອກະສານ ໃກ້ຊິດຕິດແທດກັບໜ້າທີ່ກອງປະຊຸມໃຫຍ່. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ກ່າວວ່າ:
        “ໃກ້ຊິດຕິດແທດ, ສົມທຽບໂຄງການດຳເນີນງານການເມືອງ ເບິ່ງວ່າ ພວກເຮົາພວມຢູ່ໃນໄລຍະໃດ. ອາຍຸການນີ້, ຂີດໝາຍຈຸດພົ້ນເດັ່ນແມ່ນຫຍັງ, ມີຂໍ້ຈຳກັດຄົງຄ້າງແມ່ນຫຍັງ ພະຍາຍາມສັງລວມໃຫ້ກະທັດຮັດ ອາດເວົ້າໄດ້ວ່າ ເສດຖະກິດພວກເຮົາເຕີບໂຕຢ່າງລຽນຕິດ, ເປັນປົກກະຕິບໍ່?. ການກໍ່ສ້າງພັກ, ລະບົບການເມືອງ, ການຕໍ່ສູ້ຕ້ານການສໍ້ລາດບັງຫລວງເປັນຫຍັງປະຊາຊົນຊົມຈຶ່ງເຊີຍ ແລະ ສະໜັບສະໜູນ. ນີ້ແມ່ນຈຸດພົ້ນເດັ່ນຂອງອາຍຸການນີ້, ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ, ພາຍໃນມີຄວາມສາມັກຄີກັນດີ.
        ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ສະເໜີວ່າ ໃນບົດລາຍດງານການເມືອງ ຕ້ອງຮັກສາໂຄງປະກອບ 15 ຂໍ້ໄວ້ຄືເກົ      ່າ, ສະເໜີອະນຸກຳມະການເອກະສານ ເພີ່ມທະວີການສົມທົບກັບໜ່ວຍງານຮຽບຮຽງບົດລາຍງານເສດຖະກິດ - ສັງຄົມ, ບົດລາຍງານການກໍ່ສ້າງພັກ ແລະ ປະຕິບັດກົດລະບຽບພັກ ສືບຕໍ່ອັບເດັດ, ຫັນສະພາບການ, ຈຳນວນຕົວເລກ, ການຄົ້ນຄ້ວາໃຫ້ຊັດເຈນໄດ້ມາດຕະຖານ.
 (ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top