• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງ ຫວໍວັນເຖືອງ ພົບປະກັບບັນດາຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ປະຈໍາ ຕ່າງປະເທດ ອາຍຸການ 2019 – 2022

ວັນທີ 06 ພະຈິກ, ຢູ່ຮ່າໂນ້ຍ, ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ທ່ານ ຫວໍວັນເຖື໋ອງ, ຫົວໜ້າຄະນະຊີ້ນໍາວຽກງານຖະແຫຼງຂ່າວການຕ່າງປະເທດ ໄດ້ມີການພົບປະກັບທ່ານຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ປະຈໍາ ຢູ່ຕ່າງປະເທດ, ອາຍຸການ 2019 – 2022.

ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງ ຫວໍວັນເຖືອງ ພົບປະກັບບັນດາຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ປະຈໍາ ຕ່າງປະເທດ ອາຍຸການ 2019 – 2022 (ພາບ:  QĐND)

ຫົວໜ້າຄະນະໂຄສະນາສຶກສາສູນກາງ ໄດ້ສະແດງຄວາມເຊື່ອໝັ້ນວ່າຕໍ່ບັນດາຫົວໜ້າອົງການຕາງໜ້າຫວຽດນາມ ປະຈໍາ ຕ່າງປະເທດ ຈະປະຕິບັດສໍາເລັດໜ້າທີ່ອັນສໍາຄັນໂດຍພັກ, ລັດໄດ້ມອບໝາຍໃຫ້ເປັນຢ່າງດີ; ພ້ອມທັງໃສ່ໃຈວ່າ ບັນດາຫົວໜ້າອົງການດັ່ງກ່າວ ຕ້ອງກໍາແໜ້ນແຜນນະໂຍບາຍ, ແນວທາງຂອງ ພັກ ກ່ຽວກັບວຽກງານຖະແຫຼງຂ່າວການຕ່າງປະເທດ ເພື່ອປະຕິບັດໜ້າທີ່ທີ່ໄດ້ຮັບການມອບໝາຍໄດ້ເປັນຢ່າງດີ, ທ່ານກ່າວວ່າ:

        “ຂ້າພະເຈົ້າຫວັງຢ່າງຍິ່່ງວ່າ ບັນດາຫົວໜ້າອົງການຕາງໜ້າຫວຽດນາມ ປະຈໍາຕ່າງປະເທດ ຈະສຶກສາຄົ້ນຄວ້າ, ກໍາໄດ້ຄວາມຕ້ອງການດ້ານຂໍ້ມູນຂ່າວສານຂອງປະເທດປະຈໍາຖິ່ນ ກໍຄື ຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ປະເທດປະຈໍາຖິ່ນ. ພ້ອມທັງໂຄສະນາເຜີຍແຜ່ຂໍ້ມູນຂ່າວຢູ່ພາຍໃນປະເທດ ໃຫ້ເພື່ອນມິດສາກົົນ, ໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຮັບຊາບຢ່າງທັນການ, ຄົບຖ້ວນ ແລະ ຊັດເຈນ. ຜ່ານນັ້ນ, ຊ່ວຍປະຊາຄົມສາກົນ ໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງກວ່າເກ່ົາກ່ຽວກັບຫວຽດນາມ ພວມມີການປ່ຽນແປງໃໝ່ຢ່າງຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ, ມີລະດັບການເຕີບໂຕເສດຖະກິດສູງ, ມີສະຖຽນລະພາບດ້ານເມືອງ ແລະ ມີພື້ນຖານວັດທະນະທໍາທີ່ກ້າວໜ້າ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ”.

(ແຫຼ່ງຄັດຈາກ VOV)

ນຳ​ຂອງ​ຂວັນ​ປີ​ໃໝ່​ໄປ​ເຮືອນ​ຮ້ານ DK1 ແລະ ບັນ​ດາ​ກ່ຳ​ປັ່ນ​ປະ​ຈຳ​ການ​ຢູ່​ທະ​ເລ

ນຳ​ຂອງ​ຂວັນ​ປີ​ໃໝ່​ໄປ​ເຮືອນ​ຮ້ານ DK1 ແລະ ບັນ​ດາ​ກ່ຳ​ປັ່ນ​ປະ​ຈຳ​ການ​ຢູ່​ທະ​ເລ

ວັນທີ 16 ມັງກອນ, ຈາກນະຄອນ ໂຮ່ຈີມິນ, ຄະນະປະຕິບັດງານ ລວມມີບັນດາຜູ້ແທນ ແລະ ນັກຂ່າວ ເດີນທາງໄປຢ້ຽມຢາມ, ອວຍພອນປີໃໝ່ພະນັກງານ, ນັກຮົບຢູ່ເຮືອນຮ້ານ DK1, ກ່ຳປັ່ນທີ່ປະຈຳການຢູ່ທະເລ ແລະ ເຂດພິເສດ ກົນດາວ.

Top