• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຮັບຫຼຽນໄຊ ສາມັກຄີ ຂອງສະພາແຫ່ງລັດ ສ. ກູບາ

ນີ້ແມ່ນຫຼຽນໄຊອັນສູງສົ່ງເພື່ອແນໃສ່ຮັບຮູ້ນ້ຳໃຈມິດຕະພາບອັນລ້ຳຄ່າ ແລະ ບັນດາການປະກອບສ່ວນອັນໃຫຍ່ຫຼວງເຊິ່ງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ສະຫງວນໃຫ້ ກູບາໃນຕະຫຼອດ 1 ທົດສະວັດຜ່ານມາ

ທ່ານ Fernando Gonzalez Llort ແລະ ທ່ານນາງ ຫງວຽນທິກິມເງິນ ທີ່ພິທີປະດັບຫຼຽນ

ຕອນບ່າຍວັນທີ 11 ເມສາ, ທີ່ສຳນັກງານສະພາແຫ່ງຊາດ, ໂດຍໄດ້ຮັບການມອບສິດຈາກສະພາແຫ່ງຊາດ ກູບາ, ທ່ານ Fernando Gonzalez Llort, ປະທານສະຖາບັນ ກູບາມິດຕະພາບບັນດາປະຊາຊາດ (ICAP) ໄດ້ປະດັບຫຼຽນໄຊສາມັກຄີຂອງສະພາແຫ່ງລັດ ກູບາໃຫ້ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ.

        ນີ້ແມ່ນຫຼຽນໄຊອັນສູງສົ່ງເພື່ອແນໃສ່ຮັບຮູ້ນ້ຳໃຈມິດຕະພາບອັນລ້ຳຄ່າ ແລະ ບັນດາການປະກອບສ່ວນອັນໃຫຍ່ຫຼວງເຊິ່ງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ສະຫງວນໃຫ້ ກູບາໃນຕະຫຼອດ 1 ທົດສະວັດຜ່ານມາ ເມື່ອທ່ານນາງຍັງຮັບໜ້າທີ່ເປັນປະທານສະມາຄົມມິດຕະພາບ ຫວຽດນາມ -  ກູບາ.

        ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຂອບອົກຂອບໃຈສະພາແຫ່ງລັດ ສ. ກູບາ; ພ້ອມທັງຢັ້ງຢືນວ່າຈະສືບຕໍ່ເຮັດຈົນສຸດຄວາມສາມາດຂອງຕົນເພື່ອປັບປຸງ ແລະ ພັດທະນາການພົວພັນທີ່ເປັນມູນເຊື້ອ, ມິດຕະພາບແບບພິເສດ, ຄວາມສາມັກຄີ, ບໍລິສັດຜຸດຜ່ອງ, ຈິດໜຶ່ງໃຈດຽວລະຫວ່າງ ຫວຽດນາມ ແລະ ກູບາ.

(ແຫຼ່ງຄັດຈາກ VOV)


ມີ​​ກ່​ວາ 2 ລ້ານຄຳ​ຖາມ​ໄດ້​ສົ່ງ​ໄປ​ຍັງ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ໃນ​ການ​ປະ​ຊຸມ​ຂ່າວ​ທ້າຍ​ປີ

ມີ​​ກ່​ວາ 2 ລ້ານຄຳ​ຖາມ​ໄດ້​ສົ່ງ​ໄປ​ຍັງ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ໃນ​ການ​ປະ​ຊຸມ​ຂ່າວ​ທ້າຍ​ປີ

ທ່ານປະທານາທິບໍດີ Putin ຢືນຢັນວ່າ ເສດຖະກິດ ລັດເຊຍ ສືບຕໍ່ຮັກສາຄວາມສະຖຽນລະພາບ ໃນສະພາບການສາກົນສັບສົນ.

Top