ຕອນບ່າຍວັນທີ 11 ເມສາ, ທີ່ສຳນັກງານສະພາແຫ່ງຊາດ, ໂດຍໄດ້ຮັບການມອບສິດຈາກສະພາແຫ່ງຊາດ ກູບາ, ທ່ານ Fernando Gonzalez Llort, ປະທານສະຖາບັນ ກູບາມິດຕະພາບບັນດາປະຊາຊາດ (ICAP) ໄດ້ປະດັບຫຼຽນໄຊສາມັກຄີຂອງສະພາແຫ່ງລັດ ກູບາໃຫ້ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ.
ນີ້ແມ່ນຫຼຽນໄຊອັນສູງສົ່ງເພື່ອແນໃສ່ຮັບຮູ້ນ້ຳໃຈມິດຕະພາບອັນລ້ຳຄ່າ ແລະ ບັນດາການປະກອບສ່ວນອັນໃຫຍ່ຫຼວງເຊິ່ງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ສະຫງວນໃຫ້ ກູບາໃນຕະຫຼອດ 1 ທົດສະວັດຜ່ານມາ ເມື່ອທ່ານນາງຍັງຮັບໜ້າທີ່ເປັນປະທານສະມາຄົມມິດຕະພາບ ຫວຽດນາມ - ກູບາ.
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຂອບອົກຂອບໃຈສະພາແຫ່ງລັດ ສ. ກູບາ; ພ້ອມທັງຢັ້ງຢືນວ່າຈະສືບຕໍ່ເຮັດຈົນສຸດຄວາມສາມາດຂອງຕົນເພື່ອປັບປຸງ ແລະ ພັດທະນາການພົວພັນທີ່ເປັນມູນເຊື້ອ, ມິດຕະພາບແບບພິເສດ, ຄວາມສາມັກຄີ, ບໍລິສັດຜຸດຜ່ອງ, ຈິດໜຶ່ງໃຈດຽວລະຫວ່າງ ຫວຽດນາມ ແລະ ກູບາ.
(ແຫຼ່ງຄັດຈາກ VOV)