• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທະ​ນາ​ຄານ​ໂລກ ສະ​ຫງວນ​ເງິນ​ຈຳ​ນວນກວ່າ 300 ລ້ານ USD ເພື່ອ​ຊ່ວຍ​ໜູນ ຫວຽດ​ນາມ ໃນ​ການ​ຟື້ນ​ຟູ ພາຍຫຼັງ​ໂລກ​ລະ​ບາດ​

ທະນາຄານໂລກ (WB) ຫາກໍອະນຸມັດຜ່ານສອງໂຄງການນະໂຍບາຍພັດທະນາ (DPO)  ລວມມູນຄ່າ 321,5 ລ້ານ USD ກ່ຽວກັບການໜູນຊ່ວຍບັນດາຄວາມມານະພະຍາຍາມຟື້ນຟູຂອງ ຫວຽດນາມ.

ໃນນັ້ນ ບ້ວງເງິນສິນເຊື່ອທຳອິດ 221,5 ລ້ານ USD ໃນໂຄງການນີ້ ຈະສຸມໃສ່ການໜູນຊ່ວຍການເຄື່ອນໄຫວນະໂຍບາຍ ຊ່ວຍຟື້ນຟູຢ່າງຮອບດ້ານກວ່າ, ນັບແຕ່ລັດຖະບານເອເລັກໂຕນິກ ແລະ ພະລັງງານຜະລິດຄືນໃໝ່ ຕະຫຼອດຮອດການໜູນຊ່ວຍການບໍລິການເບິ່ງແຍງເດັກ ແລະ ການຊຳລະຜ່ານໂທລະສັບມືຖື.

        ບ້ວງເງິນ 100 ລ້ານ USD ທີ່ຍັງເຫຼືອ ຈະໄດ້ນຳໃຊ້ເພື່ອໜູນຊ່ວຍນະຄອນ ໂຮ່ຈີມິນ ໃນການຊຸກຍູ້ການນຳໃຊ້ຖານຂໍ້ມູນລວມ ແລະ ມີຄວາມໂປ່ງໃສໃນການຄຸ້ມຄອງຕົວເມືອງ ແນໃສ່ເພີ່ມທະວີການຄຸ້ມຄອງໜີ້ສິນ ແລະ ຊັບສົມບັດລວມ, ປັບປຸງການເຄື່ອນໄຫວສະໜອງການບໍລິການບຸລິມະສິດຕ່າງໆຂອງນະຄອນ - ເຊິ່ງແມ່ນສາມປັດໄຈພື້ນຖານເພື່ອຄຸ້ມຄອງນະຄອນທັນສະໄໝຢ່າງມີປະສິດທິຜົນ.

 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top