• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການພັດທະນາຕະຫຼາດໃຊ້ສອຍຫວຽດນາມ


ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ພົບ​ປະ​ກັບ​ບັນ​ດາ​ຜູ້​ແທນ

​      ຕອນ​ບ່າຍ​ວັນ​ທີ 29/12, ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ສະ​ຫະ​ສະ​ມາ​ຄົມ​ພັດ​ທະ​ນາ​ສິນ​ຄ້າ​ໃຊ້​ສອຍ ຫວຽດ​ນາມ (VACOD). ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊ​ວນ​ຟຸກ ໄດ້​ຢັ້ງ​ຢືນ​ແຜນ​ນະ​ໂຍ​ບາຍ​ສະເໝີຕົ້ນສະເໝີປາຍຂອງ​ລັດ​ຖະ​ບານແມ່ນ​ມີຄວາມສ້າງ​ສັນ, ສັດ​ຊື່ບໍ​ລິ​ສຸດ, ມີການກະ​ທຳ​ຮັບ​ໃຊ້​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ໃຫ້​ສະ​ຫະ​ສະ​ມາ​ຄົມ​ພັດ​ທະ​ນາ​ສິນ​ຄ້າ​ໃຊ້​ສອຍ ຫວຽດ​ນາມ ມີ​ການ​ປະ​ກອບ​ສ່ວນ, ມີຫຼາຍ​ຜະ​ລິດ​ຕະ​ພັນ​ທີ່​ມີ​ລາ​ຄາ​ຖືກ, ຄຸນ​ນະ​ພາບ​ດີ, ຮັບ​ໃຊ້​ໃຫ້​ຜູ້​ບໍ​ລິ​ໂພກ ອຸ​ປະ​ໂພ​ກ, ສາມາດຄອງຕະຫຼາດ​ພາຍ​ໃນ. ສືບ​ຕໍ່​ປັບ​ປຸງ ແລະ ສ້າງ​ກົງ​ຈັກ​ລັດ​ໃຫ້​ສົມ​ບູນ​ແບບ, ພັດ​ທະ​ນາ​ສະ​ມາ​ຊິກ, ປະ​ກອບ​ສ່ວນ​ເຂົ້າ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ເຄື່ອງ​ໃຊ້​ສອຍ ຫວຽດ​ນາມ, ສືບ​ຕໍ່​ພັດ​ທະ​ນາ​ຕະຫຼາດເຄື່ອງ​ໃຊ້​ສອຍ ຫວຽດ​ນາມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ປາດຖະໜາວ່າ ສະ​ຫະ​ສະ​ມາ​ຄົມ​ພັດ​ທະ​ນາ​ເຄື່ອງ​ໃຊ້​ສອຍ ຫວຽດ​ນາມ ຈະພັດ​ທະ​ນາ​ຢ່າງ​ແຮງ, ເພື່ອປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດຢ່າງເໝາະສົມ.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top