
ທ່ານ ອຸປະທູດຊົ່ວຄາວ ຫົງສ້ຽວຢຸງ
(ພາບ: qdnd.vn)
ທ່ານ ອຸປະທູດຊົ່ວຄາວ ຫົງສ້ຽວຢຸງ ຢັ້ງຢືນວ່າ ຈີນພ້ອມແລ້ວທີ່ຈະຮ່ວມກັບຫວຽດນາມ ຍູ້ແຮງການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ນຳການພົວພັນສອງປະເທດພັດທະນາກ້າວຂື້ນສູ່ລະດັບສູງໃໝ່, ນຳເອົາຄວາມຜາສຸກມາສູ່ປະຊາຊົນສອງປະເທດ, ປະກອບສ່ວນໃຫ້ແກ່ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາໃນພາກພື້ນ.
ໂດຍຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນຫວຽດນາມ, ທ່ານລັດຖະມົນຕີກະຊວງການເງີນ ຫວຽດນາມ ດິງຕ໋ຽນຢຸງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ປາຖະໜາຢາກຮ່ວມກັບ ຈີນ ເພີ່ມທະວີໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ, ລົງເລິກການຮ່ວມມືແທດຈິງ, ນຳການພົວພັນສອງປະເທດພັດທະນາເຂົ້າສູ່ລວງເລິກ, ນຳຜົນປະໂຫຍດຢ່າງແທ້ຈິງມາສູ່ປະຊາຊົນສອງປະເທດ.
(ແຫຼ່ງຄັດຈາກ VOV)