• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ-ລາວໄປຢ້ຽມຢາມລາວ

      ເນື່ອງໃນໂອກາດໄປຢ້ຽມຢາມ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວສະເຫຼີມສະຫຼອງ 110 ປີແຫ່ງວັນຄ້າຍວັນເກີດປະທານປະເທດລາວ ສຸພານຸວົງ.

(ຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ - ລາວ ເຂົ້າຮ່ວມງານວາງສະແດງພາບຖ່າຍ, ເອກະສານກ່ຽວກັບປະທານ ສຸພານຸວົງ)
      ຕອນເຊົ້າວັນທີ 12 ກໍລະກົດ, ຢູ່ນະຄອນຫຼວງວຽງຈັນ, ຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ - ລາວ ໂດຍທ່ານ ຫງວຽນວັນມີ້, ຮອງປະທານທັງເປັນເລຂານຸການສະມາຄົມມິດຕະພາບຫວຽດນາມ - ລາວ ນຳໜ້າ, ໄດ້ເຂົ້າຮ່ວມງານວາງສະແດງພາບຖ່າຍ, ເອກະສານກ່ຽວກັບປະທານ ສຸພານຸວົງ. ທີ່ງານວາງສະແດງໄດ້ວາງສະແດງພາບຖ່າຍ, ເອກະສານເກືອບ 200 ຢ່າງກ່ຽວກັບພາລະກິດການປະຕິວັດຂອງປະທານ ສຸພານຸວົງ, ນັບແຕ່ຊຸມວັນທຳອິດທີ່ມີຄວາມຕື່ນຕົວຕໍ່ການປະຕິວັດ, ວິວັດການມາເຄື່ອນໄຫວຢູ່ຫວຽດນາມ, ການພົວພັນລະຫວ່າງປະທານ ສຸພານຸວົງ ແລະ ການປະຕິວັດລາວ ກັບປະທານໂຮ່ຈິມິນ ແລະ ບັນດາການນຳຫວຽດນາມ ໃນຊຸມປີທີ່ 2 ປະເທດພ້ອມກັບຈັດຕັ້ງກຳລັງການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝລັ່ງ ແລະ ຈັກກະພັດອາເມລິກາ ປົດປ່ອຍປະເທດຊາດຢ່າງສົມບູນ. ງານວາງສະແດງໄດ້ສ້າງຄວາມຕື້ນຕັນໃຈຕໍ່ຜູ້ມາຢ້ຽມຊົມຢ່າງແທ້ຈິງ.

(ທ່ານ ພັນຄຳ ວິພາວັນ, ຜູ້ປະຈຳການຄະນະເລຂາ - ຮອງປະທານປະເທດລາວ
ຕ້ອນຮັບຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ - ລາວ)
      ຕອນບ່າຍວັນດຽວກັນ, ຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ ພັນຄຳ ວິພາວັນ, ຜູ້ປະຈຳການຄະນະເລຂາ - ຮອງປະທານປະເທດລາວ. ທີ່ການຕ້ອນຮັບ, ທ່ານ ພັນຄຳ ວິພາວັນ ໄດ້ຂອບໃຈສະມາຄົມມິດຕະພາບຫວຽດນາມ - ລາວ ທີ່ໄດ້ຈັດສົ່ງຜູ້ແທນມາເຂົ້າຮ່ວມບັນດາການເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງ 110 ປີແຫ່ງວັນຄ້າຍວັນເກີດປະທານ ສຸພານຸວົງ, ສະແດງຄວາມຂອບໃຈຕໍ່ບັນດານ້ຳໃຈ, ການເສຍສະຫຼະຊີວິດຂອງບັນດາຜູ້ທີ່ເຄີຍເຂົ້າຮ່ວມການປົກປ້ອງ, ຮັບໃຊ້ປະທານ ສຸພານຸວົງ ໃນຊຸມປີທີ່ທ່ານເຄື່ອນໄຫວຢູ່ຫວຽດນາມ. ພ້ອມທັງຢືນຢັນວ່າ, ການຢ້ຽມຢາມຄັ້ງນີ້ຂອງສະມາຄົມໄດ້ປະກອບສ່ວນຮັດແໜ້ນສາຍພົວພັນລະຫວ່າງ 2 ປະເທດກວ່າອີກ.
 (ແຫຼ່ງຄັດຈາກ VOV)

ນຳ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ກາຍ​ເປັນ​ກຳ​ລັງ​ໜູນ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ນຳ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ກາຍ​ເປັນ​ກຳ​ລັງ​ໜູນ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ຮ່າງ​ກົດ​ໝາຍ​ໄດ້​ອອກ​ແບບ​ສຸມ​ໃສ່​ 7 ກຸ່ມເນື້ອ​ໃນ​ໃຫຍ່, ໃນ​ນັ້ນ​ມີ​ການ​ພັດ​ທະ​ນາ ສະ​ພາບ​ນິ​ເວດ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ, ຊັບ​ສິນ​ທາງ​ປັນ​ຍາ, ຊັບ​ພະ​ຍາ​ກອນ​ມະ​ນຸດ, ພື້ນ​ຖານ​ໂຄງ​ລ່າງ, ຕະຫຼາດ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ ພ້ອມ​ກັບ​ນະ​ໂຍ​ບາຍ​ການ​ເງິນ ແລະ ການ​ໜູນ​ຊ່ວຍ, ບຸ​ລິ​ມະ​ສິດ​ການ​ລົງ​ທຶນ.

Top