ຂ່າວສານ

ຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ-ລາວໄປຢ້ຽມຢາມລາວ

      ເນື່ອງໃນໂອກາດໄປຢ້ຽມຢາມ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວສະເຫຼີມສະຫຼອງ 110 ປີແຫ່ງວັນຄ້າຍວັນເກີດປະທານປະເທດລາວ ສຸພານຸວົງ.

(ຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ - ລາວ ເຂົ້າຮ່ວມງານວາງສະແດງພາບຖ່າຍ, ເອກະສານກ່ຽວກັບປະທານ ສຸພານຸວົງ)
      ຕອນເຊົ້າວັນທີ 12 ກໍລະກົດ, ຢູ່ນະຄອນຫຼວງວຽງຈັນ, ຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ - ລາວ ໂດຍທ່ານ ຫງວຽນວັນມີ້, ຮອງປະທານທັງເປັນເລຂານຸການສະມາຄົມມິດຕະພາບຫວຽດນາມ - ລາວ ນຳໜ້າ, ໄດ້ເຂົ້າຮ່ວມງານວາງສະແດງພາບຖ່າຍ, ເອກະສານກ່ຽວກັບປະທານ ສຸພານຸວົງ. ທີ່ງານວາງສະແດງໄດ້ວາງສະແດງພາບຖ່າຍ, ເອກະສານເກືອບ 200 ຢ່າງກ່ຽວກັບພາລະກິດການປະຕິວັດຂອງປະທານ ສຸພານຸວົງ, ນັບແຕ່ຊຸມວັນທຳອິດທີ່ມີຄວາມຕື່ນຕົວຕໍ່ການປະຕິວັດ, ວິວັດການມາເຄື່ອນໄຫວຢູ່ຫວຽດນາມ, ການພົວພັນລະຫວ່າງປະທານ ສຸພານຸວົງ ແລະ ການປະຕິວັດລາວ ກັບປະທານໂຮ່ຈິມິນ ແລະ ບັນດາການນຳຫວຽດນາມ ໃນຊຸມປີທີ່ 2 ປະເທດພ້ອມກັບຈັດຕັ້ງກຳລັງການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝລັ່ງ ແລະ ຈັກກະພັດອາເມລິກາ ປົດປ່ອຍປະເທດຊາດຢ່າງສົມບູນ. ງານວາງສະແດງໄດ້ສ້າງຄວາມຕື້ນຕັນໃຈຕໍ່ຜູ້ມາຢ້ຽມຊົມຢ່າງແທ້ຈິງ.

(ທ່ານ ພັນຄຳ ວິພາວັນ, ຜູ້ປະຈຳການຄະນະເລຂາ - ຮອງປະທານປະເທດລາວ
ຕ້ອນຮັບຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ - ລາວ)
      ຕອນບ່າຍວັນດຽວກັນ, ຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ ພັນຄຳ ວິພາວັນ, ຜູ້ປະຈຳການຄະນະເລຂາ - ຮອງປະທານປະເທດລາວ. ທີ່ການຕ້ອນຮັບ, ທ່ານ ພັນຄຳ ວິພາວັນ ໄດ້ຂອບໃຈສະມາຄົມມິດຕະພາບຫວຽດນາມ - ລາວ ທີ່ໄດ້ຈັດສົ່ງຜູ້ແທນມາເຂົ້າຮ່ວມບັນດາການເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງ 110 ປີແຫ່ງວັນຄ້າຍວັນເກີດປະທານ ສຸພານຸວົງ, ສະແດງຄວາມຂອບໃຈຕໍ່ບັນດານ້ຳໃຈ, ການເສຍສະຫຼະຊີວິດຂອງບັນດາຜູ້ທີ່ເຄີຍເຂົ້າຮ່ວມການປົກປ້ອງ, ຮັບໃຊ້ປະທານ ສຸພານຸວົງ ໃນຊຸມປີທີ່ທ່ານເຄື່ອນໄຫວຢູ່ຫວຽດນາມ. ພ້ອມທັງຢືນຢັນວ່າ, ການຢ້ຽມຢາມຄັ້ງນີ້ຂອງສະມາຄົມໄດ້ປະກອບສ່ວນຮັດແໜ້ນສາຍພົວພັນລະຫວ່າງ 2 ປະເທດກວ່າອີກ.
 (ແຫຼ່ງຄັດຈາກ VOV)

top