• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຊອກຫາມາດຕະການໃຫ້ແກ່ອຸດສາຫະກຳປຸງແຕ່ງຜະລິດຕະພັນກະເສດ

      ຕອນເຊົ້າວັນທີ 21 ກຸມພາ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມອອນລາຍທົ່ວປະເທດດ້ວຍຫົວຂໍ້ວ່າ “ຊຸກຍູ້ການພັດທະນາອຸດສາຫະກຳປຸງແຕ່ງຜະລິດຕະພັນກະເສດ ແລະ ຫັນການເຮັດກະສິກຳເປັນກົນຈັກ”.

ປະຊຸມຊອກຫາມາດຕະການໃຫ້ແກ່ອຸດສາຫະກຳປຸງແຕ່ງຜະລິດຕະພັນກະເສດ (ພາບ: TTXVN)
      ກອງປະຊຸມແນໃສ່ຕີລາຄາສະພາບຕົວຈິງ, ກຳນົດມາດຕະການ, ກົນໄກ, ນະໂຍບາຍພັດທະນາອຸດສາຫະກຳປຸງແຕ່ງຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ແລະ ຫັນການເຮັດກະສິກຳເປັນກົນຈັກ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ບັນດາວິສາຫະກິດຕ້ອງມີຄວາມຮັບຜິດຊອບຕໍ່ຕະຫລາດພາຍໃນປະເທດ, ຍົກສູງສຸຂະພາບໃຫ້ແກ່ຊາວ ຫວຽດນາມ ດ້ວຍບັນດາຜະລິດຕະພັນທີ່ມີຄຸນນະພາບສູງໃຫ້ທຽບທັນກັບໂລກ. ທ່ານ ຫງວຽນຊວັນຟຸກ ກ່າວວ່າ:
        “ຕະຫລາດພາຍໃນປະເທດ ຫວຽດນາມ ມີຫລາຍແຫ່ງ, ດ້ວຍພົນລະເມືອງ 100 ລ້ານຄົນນັ້ນ, ແມ່ນສຳຄັນທີ່ສຸດ ຖ້າພວກເຮົາຮູ້ຈັກການກຳໄດ້ຕະຫລາດ. ພວກເຮົາບໍ່ມີຄວາມເອົາໃຈໃສ່ຕໍ່ຕະຫລາດພາຍໃນປະເທດ ແມ່ນພວກເຮົາຂາດຄວາມຮັບຜິດຊອບ.”
        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍ່ຖືວ່າ: ສະມັດຕະພາບກະສິກຳຕ່ຳ ແມ່ນຍ້ອນສະພາບການເຮັດກະສິກຳດ້ວຍນີ້ຍັງຫລາຍຢູ່. ດັ່ງນັ້ນ, ເລື່ອງຮີບດ່ວນແມ່ນຕ້ອງຍູ້ແຮງການນຳໃຊ້ກົນຈັກໃນຂົງເຂດກະສິກຳ.
(ແຫຼ່ງຄັດຈາກ VOV)

ເພີ່ມທະວີການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ລາວ

ເພີ່ມທະວີການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ລາວ

ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່ມ​ທະ​ວີ​​ການປະ​ສານ​ສົມ​ທົບ​ລ​ະ​ຫວ່າງ​ບັນ​ດາ​ອົງ​ການ​ເສ​ນາ​ທິ​ການ​​ຍຸດ​ທະ​ສາດ ຂອງ ສອງ​ພັກ, ຍູ້​ແຮງ​ການ​ແລກ​ປ່ຽນ​ທິດ​ສະ​ດີ, ແບ່​ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ກ່ຽວ​ກັບ​ການ​ກໍ່​ສ້າງ​ພັກ.

Top