ຂ່າວສານ

ກອງປະຊຸມຊອກຫາມາດຕະການໃຫ້ແກ່ອຸດສາຫະກຳປຸງແຕ່ງຜະລິດຕະພັນກະເສດ

      ຕອນເຊົ້າວັນທີ 21 ກຸມພາ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມອອນລາຍທົ່ວປະເທດດ້ວຍຫົວຂໍ້ວ່າ “ຊຸກຍູ້ການພັດທະນາອຸດສາຫະກຳປຸງແຕ່ງຜະລິດຕະພັນກະເສດ ແລະ ຫັນການເຮັດກະສິກຳເປັນກົນຈັກ”.

ປະຊຸມຊອກຫາມາດຕະການໃຫ້ແກ່ອຸດສາຫະກຳປຸງແຕ່ງຜະລິດຕະພັນກະເສດ (ພາບ: TTXVN)
      ກອງປະຊຸມແນໃສ່ຕີລາຄາສະພາບຕົວຈິງ, ກຳນົດມາດຕະການ, ກົນໄກ, ນະໂຍບາຍພັດທະນາອຸດສາຫະກຳປຸງແຕ່ງຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ແລະ ຫັນການເຮັດກະສິກຳເປັນກົນຈັກ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ບັນດາວິສາຫະກິດຕ້ອງມີຄວາມຮັບຜິດຊອບຕໍ່ຕະຫລາດພາຍໃນປະເທດ, ຍົກສູງສຸຂະພາບໃຫ້ແກ່ຊາວ ຫວຽດນາມ ດ້ວຍບັນດາຜະລິດຕະພັນທີ່ມີຄຸນນະພາບສູງໃຫ້ທຽບທັນກັບໂລກ. ທ່ານ ຫງວຽນຊວັນຟຸກ ກ່າວວ່າ:
        “ຕະຫລາດພາຍໃນປະເທດ ຫວຽດນາມ ມີຫລາຍແຫ່ງ, ດ້ວຍພົນລະເມືອງ 100 ລ້ານຄົນນັ້ນ, ແມ່ນສຳຄັນທີ່ສຸດ ຖ້າພວກເຮົາຮູ້ຈັກການກຳໄດ້ຕະຫລາດ. ພວກເຮົາບໍ່ມີຄວາມເອົາໃຈໃສ່ຕໍ່ຕະຫລາດພາຍໃນປະເທດ ແມ່ນພວກເຮົາຂາດຄວາມຮັບຜິດຊອບ.
        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍ່ຖືວ່າ: ສະມັດຕະພາບກະສິກຳຕ່ຳ ແມ່ນຍ້ອນສະພາບການເຮັດກະສິກຳດ້ວຍນີ້ຍັງຫລາຍຢູ່. ດັ່ງນັ້ນ, ເລື່ອງຮີບດ່ວນແມ່ນຕ້ອງຍູ້ແຮງການນຳໃຊ້ກົນຈັກໃນຂົງເຂດກະສິກຳ.
(ແຫຼ່ງຄັດຈາກ VOV)


top