ຂ່າວສານ ໄທລົງປະຊາມະຕິກ່ຽວກັບລັດຖະທຳມະນູນໃນວັນເລືອກຕັ້ງທົ່ວປະເທດ 04/01/2026 ການລົງປະຊາມະຕິກ່ຽວກັບລັດຖະທຳມະນູນຈະໄດ້ດຳເນີນກົງກັບວັນເລືອກຕັ້ງທົ່ວປະເທດໃນວັນທີ 8 ກຸມພາ ຢູ່ໄທ. ທ່ານນາຍົກລັດຖະມົນຕີຊົ່ວຄາວໄທ Anutin Charnvirakul. (ພາບ: TTXVN)ວັນທີ 2 ມັງກອນ, ຈົດໝາຍທາງລາຊະການຂອງໄທໄດ້ລົງຂໍ້ຕົກລົງຂອງລັດຖະບານປະເທດນີ້ ທີ່ກຳນົດວັນທີ 8 ກຸມພາແມ່ນວັນຜູ້ມີສິດເລືອກຕັ້ງໄທ ໄດ້ໄປລົງປະຊາມະຕິກ່ຽວກັບເລື່ອງ ເຂົາເຈົ້າສະໜັບສະໜູນໃຫ້ແກ່ການຮຽບຮຽງລັດຖະທຳມະນູນສະບັບໃໝ່ເພື່ອປ່ຽນແທນລັດຖະທຳມະນູນສະບັບພວມປະກາດໃຊ້ (ລັດຖະທຳມະນູນ ສະບັບອອກໃນປີ 2017) ຫຼືບໍ່? ການລົງປະຊາມະຕິກ່ຽວກັບລັດຖະທຳມະນູນຈະໄດ້ດຳເນີນກົງກັບວັນເລືອກຕັ້ງທົ່ວປະເທດໃນວັນທີ 8 ກຸມພາ ຢູ່ໄທ. ກ່ອນໜ້ານັ້ນ, ວິວັດການຈົດທະບຽນໃຫ້ແກ່ບັນດາຜູ້ອອກສະໝັກເລືອກຕັ້ງ ສະມາຊິກລັດຖະສະພາຕາມເຂດເລືອກຕັ້ງ ແລະ ຕາມບັນຊີລາຍຊື່ພັກໄດ້ປະຕິບັດສຳເລັດໃນວັນທີ 31 ທັນວາ 2025. ຍອດຈຳນວນຜູ້ອອກສະໝັກຮັບເລືອກຕັ້ງມີ 3.526 ທ່ານຕາມເຂດເລືອກຕັ້ງ ທີ່ມາຈາກ 60 ພັກການເມືອງ, ຜູ້ອອກສະໝັກເລືອກຕັ້ງ 1.570 ທ່ານຕາມບັນຊີລາຍຊື່ພັກ ທີ່ມາຈາກ 57 ພັກ ແລະ ຜູ້ອອກສະໝັກຮັບເລືອກຕັ້ງນາຍົກລັດຖະມົນຕີ 94 ໂດຍ 43 ພັກສະເໜີ. (ແຫຼ່ງຄັດຈາກ VOV)

ການລົງປະຊາມະຕິກ່ຽວກັບລັດຖະທຳມະນູນຈະໄດ້ດຳເນີນກົງກັບວັນເລືອກຕັ້ງທົ່ວປະເທດໃນວັນທີ 8 ກຸມພາ ຢູ່ໄທ. ທ່ານນາຍົກລັດຖະມົນຕີຊົ່ວຄາວໄທ Anutin Charnvirakul. (ພາບ: TTXVN)ວັນທີ 2 ມັງກອນ, ຈົດໝາຍທາງລາຊະການຂອງໄທໄດ້ລົງຂໍ້ຕົກລົງຂອງລັດຖະບານປະເທດນີ້ ທີ່ກຳນົດວັນທີ 8 ກຸມພາແມ່ນວັນຜູ້ມີສິດເລືອກຕັ້ງໄທ ໄດ້ໄປລົງປະຊາມະຕິກ່ຽວກັບເລື່ອງ ເຂົາເຈົ້າສະໜັບສະໜູນໃຫ້ແກ່ການຮຽບຮຽງລັດຖະທຳມະນູນສະບັບໃໝ່ເພື່ອປ່ຽນແທນລັດຖະທຳມະນູນສະບັບພວມປະກາດໃຊ້ (ລັດຖະທຳມະນູນ ສະບັບອອກໃນປີ 2017) ຫຼືບໍ່? ການລົງປະຊາມະຕິກ່ຽວກັບລັດຖະທຳມະນູນຈະໄດ້ດຳເນີນກົງກັບວັນເລືອກຕັ້ງທົ່ວປະເທດໃນວັນທີ 8 ກຸມພາ ຢູ່ໄທ. ກ່ອນໜ້ານັ້ນ, ວິວັດການຈົດທະບຽນໃຫ້ແກ່ບັນດາຜູ້ອອກສະໝັກເລືອກຕັ້ງ ສະມາຊິກລັດຖະສະພາຕາມເຂດເລືອກຕັ້ງ ແລະ ຕາມບັນຊີລາຍຊື່ພັກໄດ້ປະຕິບັດສຳເລັດໃນວັນທີ 31 ທັນວາ 2025. ຍອດຈຳນວນຜູ້ອອກສະໝັກຮັບເລືອກຕັ້ງມີ 3.526 ທ່ານຕາມເຂດເລືອກຕັ້ງ ທີ່ມາຈາກ 60 ພັກການເມືອງ, ຜູ້ອອກສະໝັກເລືອກຕັ້ງ 1.570 ທ່ານຕາມບັນຊີລາຍຊື່ພັກ ທີ່ມາຈາກ 57 ພັກ ແລະ ຜູ້ອອກສະໝັກຮັບເລືອກຕັ້ງນາຍົກລັດຖະມົນຕີ 94 ໂດຍ 43 ພັກສະເໜີ.
ບັນດາບົດຕໍ່ໄປ ມີວັດຖຸເອກະສານກ່ວາ 800 ຢ່າງ ໄດ້ວາງສະແດງຢູ່ງານວາງສະແດງ “ສະພາແຫ່ງຊາດ ຫວຽດນາມ - ວິວັດການ 80 ປີແຫ່ງວັນສ້າງສາ ແລະ ພັດທະນາ”07/01/2026ຂ່າວສານງານວາງສະແດງໄດ້ວາງສະແດງວັດຖຸເອກະສານອັນລ້ຳຄ່າ 800 ຢ່າງທີ່ໄດ້ຮັບການຄັດເລືອກຈາກແຫຼ່ງວັດຖຸເອກະສານທີ່ມີຄ່າຫຼາຍຢ່າງ. ປິດງານ Festival ດອກໄມ້ - ຕົ້ນໄມ້ປະດັບ ຊາແດກ ຄັ້ງທີ 2 ປີ 202507/01/2026ຂ່າວສານຫວຽດນາມ - ການາດາ ຊຸກຍູ້ການພັດທະນາ ແລະ ເປີດກວ້າງການພົວພັນຮ່ວມມືດ້ານເສດຖະກິດ - ການຄ້າ07/01/2026ຂ່າວສານ80 ປີແຫ່ງວັນເລືອກຕັ້ງສະພາແຫ່ງຊາດທົ່ວປະເທດ ຫວຽດນາມ ຄັ້ງທຳອິດ: ຂີດໝາຍອັນສະຫງ່າກ່ຽວກັບລະບອບລະບຽບການປະຊາທິປະໄຕ07/01/2026ຂ່າວສານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີຂະແໜງການເງິນ “ລາຍຮັບ ລາຍຈ່າຍບຸກທະລຸ - ການເງິນພັດທະນາແບບຍືນຍົງ”07/01/2026ຂ່າວສານປີໃໝ່ 2026: ຂະແໜງທ່ອງທ່ຽວຮັບໃຊ້ແຂກທ່ອງທ່ຽວ 3,5 ລ້ານເທື່ອຄົນ07/01/2026ຂ່າວສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ກຳນົດກິດຈະການປ່ຽນແປງໃໝ່ປະເທດຊາດ07/01/2026ຂ່າວສານ ອ່ານເພີ່ມ