ວັນທີ 04 ມັງກອນ, ຢູ່ແຂວງ ດົ່ງທາບ, ຄະນະກຳມະການປະຊາຊົນແຂງ ດົ່ງທາບ ໄດ້ຈັດພິທີປິດງານ Festival ດອກໄມ້ - ຕົ້ນໄມ້ປະດັບ ຊາແດກ ຄັ້ງທີ 2 ປີ 2025.
ຄະນະຈັດຕັ້ງງານ Festival ໄດ້ມອບລາງສັນການແຂ່ງຂັນ (ພາບ: TTXVN)
ວັນທີ 04 ມັງກອນ, ຢູ່ແຂວງ ດົ່ງທາບ, ຄະນະກຳມະການປະຊາຊົນແຂງ ດົ່ງທາບ ໄດ້ຈັດພິທີປິດງານ Festival ດອກໄມ້ - ຕົ້ນໄມ້ປະດັບ ຊາແດກ ຄັ້ງທີ 2 ປີ 2025.
ກ່າວຄຳເຫັນທີ່ພິທີປິດ, ທ່ານ ຮີ່ງມິນຕວັນ, ຮອງປະທານຄະນະກຳມະການປະຊາຊົນແຂວງ ດົ່ງທາບ, ຕີລາຄາວ່າງານ Festival ຄັ້ງນີ້ມີການເຄື່ອນໄຫວຫຼາຍຢ່າງ, ເຖິງວ່າເປັນຄັ້ງທຳອິດໄດ້ຈັດຂຶ້ນ ແຕ່ໄດ້ດຶງດູດແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດເຂົ້າຢ້ຽມຊົມບັນລຸລະດັບສູງທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ. ພ້ອມກັນນັ້ນ, ສືບຕໍ່ຢືນຢັນທີ່ຕັ້ງຂອງ ຊາແດກ ແມ່ນສູນດອກໄມ້ປະດັບດີເດັ່ນຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແລະ ຂອງທົ່ວປະເທດ.
ທີ່ພິທີປິດ, ຄະນະຈັດຕັ້ງງານ Festival ໄດ້ມອບລາງວັນບັນດາການແຂ່ງຂັນ, ຄື: ແຂ່ງຂັນພາບຖ່າຍສາຖະນະການການເມືອງ, ສິລະປະປີ 2025, ການເສັງທາງອອນໄລຼ, ການສະໜັບສະໜູນງານ Festival - ຕົ້ນໄມ້ປະດັບຄັ້ງທີ 2 ປິ 2025…
(ແຫຼ່ງຄັດຈາກ VOV)