• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ​ຄັ້ງ​ທຳ​ອິດ

ຕອນເຊົ້າວັນທີ 06 ມັງກອນ, ຢູ່ສະໂມສອນ ຢຽນຮົ່ງ, ຫໍສະພາແຫ່ງຊາດ, ສະພາແຫ່ງຊາດ ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 80 ປີແຫ່ງວັນ ເລືອກຕັ້ງສະພາແຫ່ງຊາດ ຫວຽດນາມ ຄັ້ງທຳອິດ (ວັນທີ 06 ມັງກອນ 1946 - ວັນທີ 06 ມັງກອນ 2026).
ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ກ່າວຄຳເຫັນທີ່ພິທີ

ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເຂົ້າຮ່ວມພິທີ. ພິທີດັ່ງກ່າວໄດ້ຮັບການຖ່າຍທອດສົດໃນຊ່ອງ VOV1, ວິທະຍຸກະຈາຍສຽງ ຫວຽດນາມ.

ນີ້ແມ່ນພິທີສະເຫຼີມສະຫຼອງລະດັບຊາດ ເຊິ່ງມີຄວາມໝາຍດ້ານການເມືອງ - ປະຫວັດສາດຢ່າງເລິກເຊິ່ງ, ແນໃສ່ໂຄສະນາເຜີຍແຜ່ຢ່າງເລິກເຊິ່ງເຖິງຖອງກ່ຽວກັບຄວາມໝາຍອັນຍິ່ງໃຫຍ່ຂອງການເລືອກຕັ້ງທົ່ວປະເທດຄັ້ງທຳອິດເມື່ອປີ 1946, ເຫດການໄດ້ສ້າງຂີດໝາຍບາດລ້ຽວໃນປະຫວັດສາດແຫ່ງການສ້າງລັດຖະທຳມະນູນ, ສ້າງກົດໝາຍຂອງ ຫວຽດນາມ; ພ້ອມທັງຢັ້ງຢືນບົດບາດ, ທີ່ຕັ້ງ ແລະ ການປະກອບສ່ວນສຳຄັນຂອງສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດໃນຕະຫຼອດ 80 ປີຜ່ານມາ. ພິທີສະເຫຼີມສະຫຼອງກໍແມ່ນໂອກາດເພື່ອໃຫ້ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບຫວນຄືນປະຫວັດແຫ່ງໄລຍະສ້າງສາ ແລະ ພັດທະນາຂອງສະພາແຫ່ງຊາດ ຫວຽດນາມ, ຮັບຮູ້ບັນດາຜົນງານ, ບົດຮຽນອັນລ້ຳຄ່າຜ່ານບັນດາໄລຍະປະຕິວັດ.

ເມື່ອກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຢັ້ງຢືນວ່າ:

“ໃນຂົງເຂດສ້າງລັດຖະທຳມະນຸນ, ສ້າງກົດໝາຍ, ສະພາແຫ່ງຊາດ ໄດ້ປະກາດໃຊ້ລັດຖະທຳມະນູນ 5 ສະບັບ, ຕິດພັນກັບບັນດາບາດລ້ຽວໃຫຍ່ຂອງການປະຕິວັດ ຫວຽດນາມ. ລັດຖະທຳມະນູນແຕ່ລະສະບັບລ້ວນແຕ່ສ່ອງແສງລະດັບການພັດທະນາຂອງປະເທດຊາດ, ສະແດງໃຫ້ເຫັນຈິນຕະນາການປ່ຽນແປງໃໝ່ການຈັດຕັ້ງ ແລະ ການເຄື່ອນໄຫວສິດອຳນາດລັດ ຢ່າງບໍ່ຢຸດຢັ້ງ. ພິເສດ, ເລື່ອງ ສະພາແຫ່ງຊາດຊຸດທີ XV ໄດ້ຮັບຮອງເອົາມະຕິວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະທຳມະນູນ ໄດ້ສ້າງຂີດໝາຍພັດທະນາໃໝ່ໃນປະຫວັດແຫ່ງການສ້າງລັດຖະທຳມະນູນ, ສ້າງບັນດາຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນ, ປັບປຸງກົງຈັກການຈັດຕັ້ງໃຫ້ກະທັດລັດ, ຍົກສູງຜົນສັກສິດ, ປະສິດທິຜົນໃນການບໍລິຫານປະເທດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາປະເທດໃນໄລຍະໃໝ່.”

ກ່ອນດຳເນີນພິທີສະເຫຼີມສະຫຼອງ, ຄະນະຜູ້ແທນໄດ້ ວາງພວງມາລາ, ເຂົ້າສຸສານ ອາໄສຫາປະທານປະທານ ໂຮ່ຈີມິນ, ຈູດທູບທຽນອາໄລຫາບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ; ພ້ອມທັງຢ້ຽມຢາມເຂດວາງສະແດງກ່ຽວກັບປະຫວັດສາດແຫ່ງການສ້າງຕັ້ງ ແລະ ພັດທະນາຂອງສະພາແຫ່ງຊາດ ຫວຽດນາມ ໃນຕະຫຼອດ 80 ປີຜ່ານມາ.

(ແຫຼ່ງຄັດຈາກ VOV)

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ”

ງານວາງສະແດງໄດ້ວາງສະແດງວັດຖຸເອກະສານອັນລ້ຳຄ່າ 800 ຢ່າງທີ່ໄດ້ຮັບການຄັດເລືອກຈາກແຫຼ່ງວັດຖຸເອກະສານທີ່ມີຄ່າຫຼາຍຢ່າງ.

Top