• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ກຳ​ນົດ​ກິດ​ຈະ​ການ​ປ່ຽນ​ແປງ​ໃໝ່​ປະ​ເທດ​ຊາດ

ຕອນເຊົ້າວັນທີ 06 ມັງກອນ, ຢູ່ຫໍປະຊຸມແຫ່ງຊາດລາວຢູ່ນະຄອນຫຼວງ ວຽງຈັນ ໄດ້ດຳເນີນພິທີໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ.
ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ກ່າວຄຳເຫັນໄຂກອງປະຊຸມໃຫຍ່ (ພາບ: TTXVN)

ເຂົ້າຮ່ວມກອງປະຊຸມໃຫຍ່ມີຜູ້ແທນ 834 ທ່ານ ຕາງໜ້າໃຫ້ສະມາຊິກພັກເກືອບ 422.000 ຄົນໃນທົ່ວປະເທດ. ເມື່ອກ່າວຄຳເຫັນໄຂກອງປະຊຸມໃຫຍ່, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ເນັ້ນໜັກວ່າ ກອງປະຊຸມໃຫຍ່ ຈະສະຫຼຸບ, ຕີລາຄາຄືນໝາກຜົນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI, ພ້ອມທັງວາງອອກທິດທາງ, ນະໂຍບາຍ ແລະ ແຜນການຜັນຂະຫຍາຍວຽກງານຂອງພັກ ແລະ ຂອງປະເທດຊາດໃນໄລຍະຈະມາເຖິງ, ກຳນົດວິໄສທັດຍາວນານ ແນໃສ່ສືບຕໍ່ຍູ້ແຮງແນວທາງປ່ຽນແປງໃໝ່ຂອງພັກຕາມລວງເລິກ. ຕາມທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ, ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ຮັບການຈັດຕັ້ງເພື່ອແນໃສ່ເລືອກເອົາເສັ້ນທາງພັດທະນາທີ່ສອດຄ່ອງກັບຈຸດພິເສດຂອງປະເທດຊາດ ແລະ ຮັບມືກັບສະພາບການໃໝ່. ກອງປະຊຸມໃຫຍ່ຄັ້ງທີ XII ຈະປຶກສາຫາລື ແລະ ຮັບຮອງເອົາ ໂຄງການການເມືອງຄັ້ງທີ 3 ຂອງພັກ, ຢັ້ງຢືນເປົ້າໝາຍ ແລະ ເສັ້ນທາງພັດທະນາຂອງລາວຮອດປີ 2025, ສືບຕໍ່ປັບບຸງລະບອບປະຊາທິປະໄຕປະຊາຊົນໃຫ້ສົມບູນແບບເພື່ອມຸ່ງໄປເຖິງເປົ້າໝາຍສຸດທ້າຍຂອງພາລະກິດປະຕິວັດຢ່າງໝັ້ນຄົງ.

        ໃນລະຫວ່າງວັນທີ 6 ຫາວັນທີ 8 ມັງກອນ, ບັນດາຜູ້ແທນຈະປຶກສາຫາລື ແລະ ຮັບຮອງເອົາຮ່າງບົດລາຍງານການເມືອງ, ເຂົ້າຮ່ວມແຜນການພັດທະນາເສດຖະກິດ - ສັງຄົມແຫ່ງຊາດ ໄລຍະ 5 ປີຄັ້ງທີ X; ຕີລາຄາຄືນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ແລະ ແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 05 ປີ ຄັ້ງທີ IX; ພ້ອມທັງວາງອອກກຳນົດທິດ, ນະໂຍບາຍ, ວິໄສທັດຮອດປີ 2055, ຍຸດທະສາດພັດທະນາໄລຍະ 10 ປີ (2026 – 2035) ແລະ ແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 05 ປີ (2026 – 2030).

(ແຫຼ່ງຄັດຈາກ VOV)

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ”

ງານວາງສະແດງໄດ້ວາງສະແດງວັດຖຸເອກະສານອັນລ້ຳຄ່າ 800 ຢ່າງທີ່ໄດ້ຮັບການຄັດເລືອກຈາກແຫຼ່ງວັດຖຸເອກະສານທີ່ມີຄ່າຫຼາຍຢ່າງ.

Top