• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີຂະ​ແໜງ​ການ​ເງິນ “​ລາຍ​ຮັບ ລາຍ​ຈ່າຍ​ບຸກ​ທະ​ລຸ - ການ​ເງິນ​ພັດ​ທະ​ນາ​ແບບ​ຍືນ​ຍົງ”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ຂະແໜງການເງິນນຳໜ້າກ່ຽວກັບການປ່ຽນແປງໃໝ່ຈິນຕະນາການ, ຫັນປ່ຽນໄປສູ່ການສ້າງສາພັດທະນາ; ເປັນເສນາທິການຮັບປະກັນການເງິນແຫ່ງຊາດມີຈຸດສຸມ, ຈຸດໃຈກາງ; ຮ່ວມເດີນທາງ, ໜູນຊ່ວຍ 2,3 ລ້ານຄອບຄົວດຳເນີນທຸລະກິດຫັນປ່ຽນໄປສູ່ແບບວິທີໃໝ່ຢ່າງສະດວກທີ່ສຸດ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນຊີ້ນຳ

ຕອນບ່າຍວັນທີ 6 ມັງກອນ, ຢູ່ຮ່າໂນ້ຍ, ເມື່ອກ່າວຄຳເຫັນໃນກອງປະຊຸມສະຫຼຸບວຽກງານປີ 2025, ຜັນຂະຫຍາຍໜ້າທີ່ປີ 2026 ຂອງຂະແໜງການເງິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ຂະແໜງການເງິນນຳໜ້າກ່ຽວກັບການປ່ຽນແປງໃໝ່ຈິນຕະນາການ, ຫັນປ່ຽນໄປສູ່ການສ້າງສາພັດທະນາ; ເປັນເສນາທິການຮັບປະກັນການເງິນແຫ່ງຊາດມີຈຸດສຸມ, ຈຸດໃຈກາງ; ຮ່ວມເດີນທາງ, ໜູນຊ່ວຍ  2,3 ລ້ານຄອບຄົວດຳເນີນທຸລະກິດຫັນປ່ຽນໄປສູ່ແບບວິທີໃໝ່ຢ່າງສະດວກທີ່ສຸດ. ພ້ອມດຽວກັນນັ້ນ, ຍູ້ແຮງການປ່ອຍເງິນລົງທຶນສາທາລະນະ ແລະ ພື້ນຖານໂຄງລ່າງຍຸດທະສາດເພື່ອຮອດວັນທີ 31 ມັງກອນ ປ່ອຍ  ເງິນລົງທຶນສາທາລະນະ100%, ຮັບປະກັນການລົງທຶນສາທາລະນະ ກາຍເປັນກຳລັງໜູນການເຕີບໂຕ. ປີ 2026, ທ່ານນາຍົກລັດຖະມົນຕີມອບໃຫ້ຂະແໜງການເງິນຜັນຂະຫຍາຍທິດນຳການເຄື່ອນໄຫວ “ຄວາມຄາດຫວັງສ້າງຄວາມເຂັ້ມແຂງວັດທະນາຖາວອນ - ນຳໜ້າດ້ານລະບອບລະບຽບການ - ບໍລິຫານຢ່າງມີປະສິດທິຜົນ - ນຳໜ້າໃນການຫັນເປັນດີຈີຕອນ - ລາຍຮັບ ລາຍຈ່າຍບຸກທະລຸ - ພັດທະນາການເງິນແບບຍືນຍົງ”. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວວ່າ:

        “ສະພາບການມີການຜັນແປຢ່າງໄວທີ່ສຸດ, ດັ່ງນັ້ນ ຕ້ອງກຳແໜ້ນ ແລະ ມີປະຕິກິລິຍາຢ່າງຂະຫຍັນຂັນເຄື່ອນ, ມີປະສິດທິຜົນ. ສົມທົບນະໂຍບາຍສົກປີການເງິນ ແລະ ນະໂຍບາຍເງິນຕາຢ່າງກົມກ່ຽວ, ເໝາະສົມ, ມີປະສິດທິຜົນ. ສອງນະໂຍບາຍດັ່ງກ່າວຕ້ອງໜູນຊ່ວຍເຊິ່ງກັນ ແລະ ກັນ ເພື່ອຮັກສາສະຖຽນລະພາບເສດຖະກິດມະຫາພາກ, ນັ້ນແມ່ນສິ່ງສຳຄັນເພື່ອບຸກທະລຸ”.

(ແຫຼ່ງຄັດຈາກ VOV)

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ”

ງານວາງສະແດງໄດ້ວາງສະແດງວັດຖຸເອກະສານອັນລ້ຳຄ່າ 800 ຢ່າງທີ່ໄດ້ຮັບການຄັດເລືອກຈາກແຫຼ່ງວັດຖຸເອກະສານທີ່ມີຄ່າຫຼາຍຢ່າງ.

Top