ຂ່າວສານ

ໄທ​ລົງ​ປະ​ຊາ​ມະ​ຕິກ່ຽວ​ກັບ​ລັດ​ຖະ​ທຳ​ມະ​ນູນ​ໃນ​ວັນ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ

ການລົງປະຊາມະຕິກ່ຽວກັບລັດຖະທຳມະນູນຈະໄດ້ດຳເນີນກົງກັບວັນເລືອກຕັ້ງທົ່ວປະເທດໃນວັນທີ 8 ກຸມພາ ຢູ່ໄທ.
ທ່ານນາຍົກລັດຖະມົນຕີຊົ່ວຄາວໄທ Anutin Charnvirakul. (ພາບ: TTXVN)
ວັນທີ 2 ມັງກອນ, ຈົດໝາຍທາງລາຊະການຂອງໄທໄດ້ລົງຂໍ້ຕົກລົງຂອງລັດຖະບານປະເທດນີ້ ທີ່ກຳນົດວັນທີ 8 ກຸມພາແມ່ນວັນຜູ້ມີສິດເລືອກຕັ້ງໄທ ໄດ້ໄປລົງປະຊາມະຕິກ່ຽວກັບເລື່ອງ ເຂົາເຈົ້າສະໜັບສະໜູນໃຫ້ແກ່ການຮຽບຮຽງລັດຖະທຳມະນູນສະບັບໃໝ່ເພື່ອປ່ຽນແທນລັດຖະທຳມະນູນສະບັບພວມປະກາດໃຊ້ (ລັດຖະທຳມະນູນ ສະບັບອອກໃນປີ 2017) ຫຼືບໍ່? ການລົງປະຊາມະຕິກ່ຽວກັບລັດຖະທຳມະນູນຈະໄດ້ດຳເນີນກົງກັບວັນເລືອກຕັ້ງທົ່ວປະເທດໃນວັນທີ 8 ກຸມພາ ຢູ່ໄທ. ກ່ອນໜ້ານັ້ນ, ວິວັດການຈົດທະບຽນໃຫ້ແກ່ບັນດາຜູ້ອອກສະໝັກເລືອກຕັ້ງ ສະມາຊິກລັດຖະສະພາຕາມເຂດເລືອກຕັ້ງ ແລະ ຕາມບັນຊີລາຍຊື່ພັກໄດ້ປະຕິບັດສຳເລັດໃນວັນທີ 31 ທັນວາ 2025. ຍອດຈຳນວນຜູ້ອອກສະໝັກຮັບເລືອກຕັ້ງມີ 3.526 ທ່ານຕາມເຂດເລືອກຕັ້ງ ທີ່ມາຈາກ 60 ພັກການເມືອງ, ຜູ້ອອກສະໝັກເລືອກຕັ້ງ 1.570 ທ່ານຕາມບັນຊີລາຍຊື່ພັກ ທີ່ມາຈາກ 57 ພັກ ແລະ ຜູ້ອອກສະໝັກຮັບເລືອກຕັ້ງນາຍົກລັດຖະມົນຕີ 94 ໂດຍ 43 ພັກສະເໜີ.

top