• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄທ​ງວຽນ: ຄ່ຳ​ຄືນ​ເຕົ້າ​ໂຮມ​ສິ່ງ​ຍອດ​ຍິ່ງວັດ​ທະ​ນະ​ທຳ ຊາ ຫວຽດ​ນາມ ແລະ ໂລກ

ຜ່ານ Festival ຊາ​ສາ​ກົນ - ໄທ​ງວຽນ 2026, ແຂວງ ໄທ​ງວຽນ​ຢາກ​ສືບ​ຕໍ່​ໂຄ​ສະ​ນາ​ເຄື່ອງ​ໝາຍກ​ານ​ຄ້າ ຂອງ​ຊາຕິດ​ພັນ​ກັບ​ວັດ​ທະ​ນະ​ທຳ, ມະ​ນຸດ ແລະ ສີ​ສັນ​ທ້ອງ​ຖິ່ນ, ປະ​ກອບ​ສ່ວນ​ເປີດກວ້າງ​ໂອ​ກາດການ​ຮ່ວມ​ມື ແລະ ນຳ​ເຄື່ອງ​ໝາຍ​ການ​ຄ້າ​ຊາ ໄທ​ງວຽນ​ບືນ​ຕົວ​ອອກ​ໄປ​ໄກ​ໃນ​ຕະຫຼາດ​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ.
  ລາຍ​ການ​ສະ​ແດງ​ສິ​ລະ​ປະ​ຊົງ​ຊາ​ຢູ່ ວັນ​ບຸນ (ພາບ: VNA)  

ຕອນ​ຄ່ຳ​ວັນທີ 14 ພະ​ຈິກ, ໃນ​ຂອບ​ເຂດ Festival ຊາ ສາ​ກົນ - ໄທ​ງວຽນ 2026, ຢູ່​ໄທ​ງວຽນ ໄດ້​ດຳ​ເນີນ​ລາຍ​ການ​ສະ​ແດງ​ສິ​ລະ​ປະ “ຄ່ຳ​ຄືນງານ​ບຸນ​ດື່ມ​ຊາ” ດ້ວຍ​ຫົວ​ຂໍ້ “ລົດ​ຊາດ​ຊາ​ເຕົ້າ​ໂຮມ​”. ລາຍ​ການ​ສະ​ແດງ​ສິ​ລະ​ປະ​ລວມ​ມີ​ສອງ​ພາກ: “ມໍ​ລະ​ດົກ​ເຂດ​ດິນ​ແດນຊາ - ເຂັ້ມ​ຂຸ້ນ​ໄປ​ດ້ວຍ​ສີ​ສັນ” ແລະ “ເຕົ້າ​ໂຮມ​ສິ່ງຍອດຍິ່ງ - ບືນ​ຕົວ​ອອກ​ສູ່​ໂລກ”. ຈຸດ​ພົ້ນ​ເດັ່ນ​ຂອງ​ຄ່ຳ​ຄືນ​ແມ່ນ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ຊົງ​ຊາ ດ້ວຍ​ການ​ເຂົ້າ​ຮ່ວ​ມ​ຂອງ ຍິງ​ສາວ​ຊົງ​ຊາ 30 ຄົນ ເຊິ່ງ​ໄດ້​ສະ​ແດງ​ເຕັກ​ນິກ​ໃນ​ການ​ຊົງ​ຊາ, ຖອກ​ຊາ ແລະ ເຊີນ​ດື່ມຊາ, ແນະ​ນຳ​ຈຸດ​ຄວາມ​ງາມ​ໃນ​ສິ​ລະ​ປະ​ການ​ກິນ​ຊາ, ວັດ​ທະ​ນະ​ທຳ​ຂອງ​ການ​ພົບ​ປະ​ແລກ​ປ່ຽນ ແລະ ນ້ຳ​ໃຈ​ຮັກ​ແພງ​ແຂກ​ຄົນ​ຂອງ​ຊາວ​ຫວຽດ​ນາມ.

ຜ່ານ Festival ຊາ​ສາ​ກົນ - ໄທ​ງວຽນ 2026, ແຂວງ ໄທ​ງວຽນ​ຢາກ​ສືບ​ຕໍ່​ໂຄ​ສະ​ນາ​ເຄື່ອງ​ໝາຍກ​ານ​ຄ້າ ຂອງ​ຊາຕິດ​ພັນ​ກັບ​ວັດ​ທະ​ນະ​ທຳ, ມະ​ນຸດ ແລະ ສີ​ສັນ​ທ້ອງ​ຖິ່ນ, ປະ​ກອບ​ສ່ວນ​ເປີດກວ້າງ​ໂອ​ກາດການ​ຮ່ວມ​ມື ແລະ ນຳ​ເຄື່ອງ​ໝາຍ​ການ​ຄ້າ​ຊາ ໄທ​ງວຽນ​ບືນ​ຕົວ​ອອກ​ໄປ​ໄກ​ໃນ​ຕະຫຼາດ​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ອຳ​ນວຍ​ຄວາມ​ສະ​ດວກ​ເພື່ອ​ໃຫ້​ປະ​ຊາ​ຊົນ​ຊົມ​ໃຊ້ ວັດ​ທະ​ນະ​ທຳ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ອຳ​ນວຍ​ຄວາມ​ສະ​ດວກ​ເພື່ອ​ໃຫ້​ປະ​ຊາ​ຊົນ​ຊົມ​ໃຊ້ ວັດ​ທະ​ນະ​ທຳ

ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ​ສະ​ເໜີ​ຕ້ອງ​ເບິ່ງ​ແຍງ​ອະ​ນຸ​ລັກ​ຮັກ​ສາ ແລະ ຖ່າຍ​ທອດ​ມໍ​ລະ​ດົກ, ກ່ອນ​ອື່ນ​ໝົ້ດ​ດ້ວຍ​ການ​ເບິ່ງ​ແຍງ​ດູ​ແລ​ຜູ້​ຄົນ​ພວມ​ເກັບ​ຮັກ​ສາ, ປະ​ຕິ​ບັດ​ມໍ​ລະ​ດົກ.

Top