ຜ່ານ Festival ຊາສາກົນ - ໄທງວຽນ 2026, ແຂວງ ໄທງວຽນຢາກສືບຕໍ່ໂຄສະນາເຄື່ອງໝາຍການຄ້າ ຂອງຊາຕິດພັນກັບວັດທະນະທຳ, ມະນຸດ ແລະ ສີສັນທ້ອງຖິ່ນ, ປະກອບສ່ວນເປີດກວ້າງໂອກາດການຮ່ວມມື ແລະ ນຳເຄື່ອງໝາຍການຄ້າຊາ ໄທງວຽນບືນຕົວອອກໄປໄກໃນຕະຫຼາດພາຍໃນປະເທດ ແລະ ສາກົນ.
ລາຍການສະແດງສິລະປະຊົງຊາຢູ່ ວັນບຸນ (ພາບ: VNA)
ຕອນຄ່ຳວັນທີ 14 ພະຈິກ, ໃນຂອບເຂດ Festival ຊາ ສາກົນ - ໄທງວຽນ 2026, ຢູ່ໄທງວຽນ ໄດ້ດຳເນີນລາຍການສະແດງສິລະປະ “ຄ່ຳຄືນງານບຸນດື່ມຊາ” ດ້ວຍຫົວຂໍ້ “ລົດຊາດຊາເຕົ້າໂຮມ”. ລາຍການສະແດງສິລະປະລວມມີສອງພາກ: “ມໍລະດົກເຂດດິນແດນຊາ - ເຂັ້ມຂຸ້ນໄປດ້ວຍສີສັນ” ແລະ “ເຕົ້າໂຮມສິ່ງຍອດຍິ່ງ - ບືນຕົວອອກສູ່ໂລກ”. ຈຸດພົ້ນເດັ່ນຂອງຄ່ຳຄືນແມ່ນລາຍການສະແດງສິລະປະຊົງຊາ ດ້ວຍການເຂົ້າຮ່ວມຂອງ ຍິງສາວຊົງຊາ 30 ຄົນ ເຊິ່ງໄດ້ສະແດງເຕັກນິກໃນການຊົງຊາ, ຖອກຊາ ແລະ ເຊີນດື່ມຊາ, ແນະນຳຈຸດຄວາມງາມໃນສິລະປະການກິນຊາ, ວັດທະນະທຳຂອງການພົບປະແລກປ່ຽນ ແລະ ນ້ຳໃຈຮັກແພງແຂກຄົນຂອງຊາວຫວຽດນາມ.