• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ເທດ​ສະ​ການ​ວັນ​ນະ​ຄະ​ດີ ເອີ​ຣົບ ຢູ່ ຫວຽດ​ນາມ ປີ 2023

ຕອນເຊົ້າວັນທີ 13 ພຶດສະພາ, ຢູ່ເຂດອະນຸສອນ ຫຼີຖາຍໂຕ ທີ່ຕັ້ງຢູ່ໃຈກາງນະຄອນຫຼວງ ຮ່າໂນ້ຍ, ສະຫະສະມາຄົມບັນດາສະຖາບັນວັນນະຄະດີ ເອີຣົບ (EUNIC) ແລະ ສະຖານທູດບັນດາປະເທດ ເອີຣົບ ປະຈຳ ຫວຽດນາມ ໄດ້ຈັດພິທີໄຂເທດສະການວັນນະຄະດີເອີຣົບ ປີ 2023 ຂຶ້ນ.

ກ່າວຄຳເຫັນໃນພິທີໄຂ, ທ່ານ Thierry Vergon, ຜູ້ອຳນວຍການສະຖາບັນ ຝລັ່ງ ປະຈຳ ຮ່າໂນ້ຍ, ປະທານ EUNIC ປະຈຳ ຫວຽດນາມ, ໃຫ້ຮູ້ວ່າ ເທດສະການວັນນະຄະດີ ເອີຣົບ ປີ 2023 ຖືກຈັດຂຶ້ນຢູ່ຮ່າໂນ້ຍ ມີການເຂົ້າຮ່ວມຂອງ 13 ປະເທດມາຈາກ ເອີຣົບ. ໃນເຫດການນີ້ ກໍຈະຈັດກິດຈະກຳຕ່າງໆຢູ່ສະຖານທີ່ຫຼາຍແຫ່ງທີ່ແຕກຕ່າງກັນຢູ່ນະຄອນຫຼວງ ຮ່າໂນ້ຍ ເປັນຕົ້ນແມ່ນ ການແນະນຳປຶ້ມ, ອ່ານປຶ້ມ, ການແລກປ່ຽນກ່ຽວກັບວັນນະຄະດີ, ວັນບຸນປຶ້ມອ່ານ…

ທ່ານ Thierry Vergon, ຜູ້ອຳນວຍການສະຖາບັນ ຝລັ່ງ ປະຈຳ ຮ່າໂນ້ຍ, ປະທານ EUNIC ປະຈຳ ຫວຽດນາມ ກ່າວຄຳເຫັນໄຂກອງປະຊຸມ (ພາບ: TTXVN)

ກ່ອນມື້ໄຂເທດສະການດັ່ງກ່າວ, ມີການເສັງ “ປະດິດແຕ່ງຜົນງານກ່ຽວກັບບັນດາຕົວລະຄອນເອີຣົບ” ແລະ ການເສັງ “ຊອກຮູ້ກ່ຽວກັບວັນນະຄະດີເອີຣົບ” ໄດ້ດຶງດູດຜູ້ທີ່ມີຄວາມຮັກມັກວັນນະຄະດີ ແລະ ແຕ້ມຮູບ ເຂົ້າຮ່ວມເປັນຈຳນວນຫຼາຍ. ພາຍຫຼັງພິທີໄຂ, ມະຫາຊົນມີໂອກາດເຂົ້າຮ່ວມກິດຈະກຳພົບປະແລກປ່ຽນກັບນັກປະພັນ, ນັກຂຽນ, ນາຍແປພາສາ, ບັນນາທິການຂອງໂຮງພິມ ແລະ ຈຳໜ່າຍຫຼາຍຄົນ, ເຂົ້າຮ່ວມກອງປະຊຸມສຳມະນາ ແລະ ກິດຈະກຳອື່ນໆ.

ນັບແຕ່ປີ 2011, ເທດສະການວັນນະຄະດີເອີຣົບ ໄດ້ກາຍເປັນກິດຈະກຳປະຈຳປີຂອງ EUNIC ແລະ ສະຖານທູດບັນດາປະເທດເອີຣົບ ປະຈຳ ຮ່າໂນ້ຍ, ດ້ວຍຈຸດປະສົງ ຍ້ອງຍໍຊົມເຊີຍ ແລະ ແບ່ງປັນບັນດາຈຸດວັດນະທະທຳທີ່ຍອດຍິ່ງຂອງ ເອີຣົບ ໃຫ້ຜູ້ອ່ານ ຫວຽດນາມ. ເທດສະການວັນນະຄະດີ ເອີຣົບ ປີນີ້ ໄດ້ດຳເນີນແຕ່ວັນທີ 11 ພຶດສະພາ ຮອດວັນທີ 21 ພຶດສະພາ ຈຶ່ງອັດລົງ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top