• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂບັນດາກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 38 – 39 ແລະ ບັນດາກອງປະຊຸມຂັ້ນສູງ ກັບຄູ່ຮ່ວມມື

      ນັບແຕ່ວັນທີ 26 ຕຸລາ, ບັນດາກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 38 ແລະ 39, ກອງປະຊຸມຂັ້ນສູງ ລະຫວ່າງ ອາຊຽນ ກັບຄູ່ຮ່ວມມື ໄດ້ໄຂຂຶ້ນຢ່າງເປັນທາງການຕາມຮູບແບບທາງໄກ ພາຍໃຕ້ການເປັນປະທານຂອງ ປະເທດປະທານ ບຣູໄນ. 
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມ (ພາບ: TTXVN)
      ຄາດວ່າ, ບັນດາກອງປະຊຸມຄັ້ງນີ້ ລວມມີຫຼາຍເຫດການສຳຄັນຄື: ກອງປະຊຸມສຸດຍອດຄັ້ງທີ 38 – 39, ກອງປະຊຸມຂັ້ນສູງ ອາຊຽນ - ສ.ເກົາຫຼີ ຄັ້ງທີ 22, ອາຊຽນ - ຈີນ ຄັ້ງທີ 24, ອາຊຽນ - ອາເມລິກາ ຄັ້ງທີ 9, ອາຊຽນ - ຍີ່ປຸ່ນ ຄັ້ງທີ 24… ບັນດາເນື້ອໃນຈຸດສຸມທີ່ໄດ້ເອົາມາປຶກສາຫາລື ແມ່ນສ້າງປະຊາຄົມ ອາຊຽນ, ຄວບຄຸມໂລກລະລາດໂຄວິດ - 19 ໄປຄຽງຄູ່ກັບການຊຸກຍູ້ການຟື້ນຟູແບບຍືນຍົງ, ປັບປຸງ ແລະ ເສີມຂະຫຍາຍບົດບາດເປັນໃຈກາງຂອງ ອາຊຽນ ໃນການພົວພັນກັບບັນດາຄູ່ຮ່ວມມື, ການປະພຶດຂອງ ອາຊຽນ ຕໍ່ໜ້າບັນດາສິ່ງທ້າທາຍຄວາມໝັ້ນຄົງໃນພາກພື້ນ… ບັນດາກອງປະຊຸມຄາດຄະເນວ່າ ຈະປະກາດ, ຮັບຮອງເອົາ ແລະ ຢັ້ງຢືນ ເອກະສານ 101 ສະບັບ ລວມມີບັນດາການຖະແຫຼງ, ຍຸດທະສາດ, ຂອບການຮ່ວມມື… ໃນຫຼາຍຂົງເຂດ ຢູ່ທັງ 3 ເສົາຄ້ຳໃນການຮ່ວມມື ຂອງ ອາຊຽນ ເຊິ່ງແມ່ນ ການເມືອງ - ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ - ສັງຄົມ. ບັນດາກອງປະຊຸມຈະສິ້ນສຸດລົງ ດ້ວຍພິທີອັດ ແລະ ພິທີມອບການດຳລົງຕຳແໜ່ງປະທານ ອາຊຽນ ຈາກບຣູໄນ ໃຫ້ ກຳປູເຈຍ.
      ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມ 14 ໃນຈຳນວນ 17 ການເຄື່ອນໄຫວຂອງ ບັນດາກອງປະຊຸມສຸດຍອດຄັ້ງນີ້.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ຫງວຽນຝູຕ້ອງ ຕ້ອນຮັບປະທານສະພາແຫ່ງຊາດ ກຳປູເຈຍ

ທ່ານເລຂາທິການໃຫຍ່ ຫງວຽນຝູຕ້ອງ ຕ້ອນຮັບປະທານສະພາແຫ່ງຊາດ ກຳປູເຈຍ

ທ່ານເລຂາທິການໃຫຍ່ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ສະໜັບສະໜູນພາລະກິດແຫ່ງການສ້າງສາ ແລະ ພັດທະນາຂອງປະເທດ ກຳປູເຈຍ ແລະ ຕີລາຄາສູງການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໃນທຸກຊ່ອງທາງ, ທຸກຂົງເຂດ.

Top