• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານFestival ວັດທະນະທຳ ແພໄຫມພື້ນເມືອງຂອງຫວຽດນາມ-ໂລກ

      ຕອນເຊົ້າວັນທີ 8 ສິງຫາ ຢູ່ ໝູ່ບ້ານແພໄຫມ ໂຮ້ຍອານ ແຂວງ ກວ໋າງນາມ ໄດ້ໄຂ Festival ວັດທະນະທຳ ແພໄຫມພື້ນເມືອງ ຫວຽດນາມ - ໂລກ ປີ 2019. 

ພິທີໄຂ   Festival ວັດທະນະທຳແພໄຫມພື້ນເມືອງ
      ນີ້ແມ່ນຄັ້ງທີ 5 ນະຄອນ ໂຮ້ຍອານ ແຂວງ ກວ໋າງນາມ ຈັດຕັ້ງ ງານ Festival ວັດທະນະທຳແພໄຫມພື້ນເມືອງ ເພື່ອແນໃສ່ເຊີດຊູ ອາຊີບ ປູກມອນລ້ຽງມ້ອນພື້ນເມືອງ, ເຊື່ອມຕໍ່ການພົວພັນດ້ານການຄ້າ ຊອກຫາສົ້ນອອກໃຫ້ຕະຫລາດແພໄຫມ ຫວຽດນາມ.
ເຂົ້າຮ່ວມງານ Festival ຄັ້ງນີ້ ມີໝູ່ບ້ານ ແພໄຫມຢູ່ພາຍໃນປະເທດຫລາຍແຫ່ງຄື: ໝູ່ບ້ານແພໄຫມ ຫວ້ານຟຸກ, ຍາຊາ, ໝາເຈົາ, ໝີດຶກ, ນາມກາວ, ເຕີນເຈົາ, ເຜົ່າຈຳຢູ່ນິງທ້ວນ ພ້ອມດ້ວຍນັກສິລະປະການ 80 ຄົນ ມາຈາກບັນດາເຂດພາກ ແລະ ຜູ້ຕາງຫນ້າບັນດາຂະແຫນງການຜະລິດໄພໄຫມ ແລະ ອາພອນສະໄຫມຂະຫນາດໃຫຍ່ ມາຈາກ ອີຕາລີ, ຝລັ່ງ, ຈີນ, ຍີ່ປຸ່ນ, ອິນເດຍ, ໄທ, ກຳປູເຈຍ… ຜ່ານນັ້ນ ສ້າງກາລະໂອກາດເພື່ອຮ່ວມມື ແລະ ພັດທະນາຕະຫລາດ, ນຳແພໄຫມ ຫວຽດນາມ ອອກສູ່ໂລກ. ທ່ານ ຫງວຽນແທງຮົ່ງ, ຫົວຫນ້າພະແນກ ວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງ ກວ໋າງນາມ ຖືວ່າ:
ໂຄສະນາເຄື່ອງໝາຍການຄ້າໄພໄຫມ ຂອງກວ໋າງນາມກ່ອນອື່ນໝົດ ແມ່ນຟື້ນຟູບັນດາໝູ່ບ້ານຫັດຖະກຳປູກມອນລ້ຽງມ້ອນ, ສົມທົບກັບບັນດາເຂດປູກມອນລ້ຽງມ້ອນຢູ່ພາຍໃນປະເທດກໍ່ຄືໃນໂລກ. ພິເສດ ແມ່ນບັນດາສະຫະສະມາຄົມແພໄຫມໂລກເພື່ອຈັດຕັ້ງບັນດາກອງປະຊຸມສຳມະນາ, ກອງປະຊຸມ ແລະ ບັນດາ Festival ກ່ຽວກັບແພໄຫມ, ສົມທົບກັບບັນດາປະເທດໃນໂລກເພື່ອໂຄສະນາແພໄຫມຂອງ ກວ໋າງນາມ ເວົ້າສະເພາະ ແລະ ຫວຽດນາມເວົ້າລວມ.
ໃນຂອບເຂດ Festival ຍັງດຳເນີນກອງປະຊຸມສຳມະນາ “ໝູນໃຊ້ວິທະຍາສາດ, ເຕັກໂນໂລຊີໃນການປູກມອນລ້ຽງມ້ອນ, ຜະລິດແພໄຫມ ແລະ ວັດທະນະທຳແພໄຫມໃນຊີວິດທັນສະໄຫມ.”
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ເບລາຣຸດ Roman Golovchenko

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ເບລາຣຸດ Roman Golovchenko

ການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Roman Golovchenko ຈະສ້າງກຳລັງໜູນໃໝ່ເພື່ອຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊືອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ.

Top