• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໃກ້ຈະມີຊຸດດັດຊະນີຕີລາຄາລະດັບການພັດທະນາຂອງວິສາຫະກິດ

ພາບ​ປະ​ກອບ
      ທ້າຍ​ປີນີ້, ກົມ​ໃຫຍ່​ສະ​ຖິ​ຕິ (ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ) ຈະ​ສົມ​ທົບ​ກັບ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ ປະ​ກາດ​ຊຸດ​ດັດ​ຊະ​ນີຕີ​ລາ​ຄາ​ລະ​ດັບ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ຂອງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ເພື່ອ​ເປັນ​ພື້ນ​ຖານ​ໜູນ​ຊ່ວຍ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ຮອດ​ປີ 2020. ຊຸດ​ດັດ​ຊະ​ນີ​​ລວມ​ມີຫຼາຍຕົວ​ເລກ​ຄາດໝາຍ​ກ່ຽວ​ຂ້ອງ​ເຖິງ​ລາຍ​ຮັບ, ກຳ​ໄລ, ການ​ປະ​ກອບ​ເຂົ້າ​ງົບ​ປະ​ມານ, ມີມ​ູນ​ຄ່າ​ເພີ່ມ… ຊຸດດັດ​ຊະ​ນີ​​ກໍ່​ມີ​ບາງ​​ຕົວ​ເລກ​ຄາດ​ໝາຍ​ອື່ນໆ​ເພື່ອ​ສ່ອງ​ແສງ​ໝາກ​ຜົນ​ຂອງ​ການ​ຜ​ະ​ລິດ ດຳ​ເນີນ​ທຸ​ລະ​ກິດ​ສຸດ​ທ້າຍ​ຂອງວິ​ສາ​ຫະ​ກິດ​ຂັ້ນ​ແຂວງ. ນີ້​ແມ່ນ “ໄມ້​ວັດ​ແທກ” ໃຫ້​ແກ່​ສົ້ນ​ອອກ​ຂອງວິ​ສາ​ຫະ​ກິດ. ທ່ານ ຫງວຽນ​ກວາງ​ວີງ, ຮອງ​ເລ​ຂາ​ທິ​ການ​ໃຫຍ່​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ, ໃຫ້​ຮູ້​ວ່າ:
        “​ຊຸດດັດ​ຊະ​ນີພັດ​ທະ​ນາ​ຂອງວິ​ສາ​ຫະ​ກິດ​ອີງ​ໃສ່​ລະ​ບົບ, ການ​ສະ​ຖິ​ຕິ​ຕົວ​ເລກ​ທີ່​ມີ​ຢູ່​ແລ້ວ​ເພື່ອ​ວັດ​ແທກ​ຄວາມ​ສະ​ດວກ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ​ດ້ວຍ​ບັນ​ດາ​ນະ​ໂຍ​ບາຍ, ບາງ​ຕົວ​ເລກ​ຄາດ​ໝາຍ​ຕົ້ນ​ຕໍ​ເຊິ່ງ​ພວກ​ເຮົາ​ຄາດ​​ຄະ​ເນວ່າ​ຈະ​ນຳ​ເຂົ້າ. ​ຊຸດດັດ​ຊະ​ນີ ​ຄວາມ​ແກ່ງ​ແຍ້ງ​ຂັ້ນ​ແຂວງ (PCI) ແລະ ​ຊຸດດັດ​ຊະ​ນີພັດ​ທະ​ນາ​ວິ​ສາ​ຫະ​ກິດນີ້​ຈະ​ເພີ່ມ​ເຕີມ​ໃຫ້​ກັນ​ເປັນ​ຢ່າງ​ດີ​ເພື່ອ​ສາ​ມາດ​ວັດ​ແທກ​ລະ​ດັບ​ຄວາມ​ສະ​ດວກ​ໃນ​ສະ​ພາບ​ການ​ດຳ​ເນີນ​ທຸ​ລະ​ກິ​ດ​ເຊິ່ງວິ​ສາ​ຫະ​ກິດ ຫວຽດ​ນາມ ພວມ​ເຄື່ອນ​ໄຫວ.”
 (ແຫຼ່ງຄັດຈາກ VOV)
 

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top