ຂ່າວສານ ໃກ້ຈະມີຊຸດດັດຊະນີຕີລາຄາລະດັບການພັດທະນາຂອງວິສາຫະກິດ 01/05/2017 ພາບປະກອບ ທ້າຍປີນີ້, ກົມໃຫຍ່ສະຖິຕິ (ກະຊວງແຜນການ ແລະ ການລົງທຶນ) ຈະສົມທົບກັບຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ປະກາດຊຸດດັດຊະນີຕີລາຄາລະດັບພັດທະນາວິສາຫະກິດຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ເພື່ອເປັນພື້ນຖານໜູນຊ່ວຍພັດທະນາວິສາຫະກິດຮອດປີ 2020. ຊຸດດັດຊະນີລວມມີຫຼາຍຕົວເລກຄາດໝາຍກ່ຽວຂ້ອງເຖິງລາຍຮັບ, ກຳໄລ, ການປະກອບເຂົ້າງົບປະມານ, ມີມູນຄ່າເພີ່ມ… ຊຸດດັດຊະນີກໍ່ມີບາງຕົວເລກຄາດໝາຍອື່ນໆເພື່ອສ່ອງແສງໝາກຜົນຂອງການຜະລິດ ດຳເນີນທຸລະກິດສຸດທ້າຍຂອງວິສາຫະກິດຂັ້ນແຂວງ. ນີ້ແມ່ນ “ໄມ້ວັດແທກ” ໃຫ້ແກ່ສົ້ນອອກຂອງວິສາຫະກິດ. ທ່ານ ຫງວຽນກວາງວີງ, ຮອງເລຂາທິການໃຫຍ່ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ, ໃຫ້ຮູ້ວ່າ: “ຊຸດດັດຊະນີພັດທະນາຂອງວິສາຫະກິດອີງໃສ່ລະບົບ, ການສະຖິຕິຕົວເລກທີ່ມີຢູ່ແລ້ວເພື່ອວັດແທກຄວາມສະດວກຂອງບັນດາວິສາຫະກິດໃນການດຳເນີນທຸລະກິດດ້ວຍບັນດານະໂຍບາຍ, ບາງຕົວເລກຄາດໝາຍຕົ້ນຕໍເຊິ່ງພວກເຮົາຄາດຄະເນວ່າຈະນຳເຂົ້າ. ຊຸດດັດຊະນີ ຄວາມແກ່ງແຍ້ງຂັ້ນແຂວງ (PCI) ແລະ ຊຸດດັດຊະນີພັດທະນາວິສາຫະກິດນີ້ຈະເພີ່ມເຕີມໃຫ້ກັນເປັນຢ່າງດີເພື່ອສາມາດວັດແທກລະດັບຄວາມສະດວກໃນສະພາບການດຳເນີນທຸລະກິດເຊິ່ງວິສາຫະກິດ ຫວຽດນາມ ພວມເຄື່ອນໄຫວ.” (ແຫຼ່ງຄັດຈາກ VOV)

ພາບປະກອບ ທ້າຍປີນີ້, ກົມໃຫຍ່ສະຖິຕິ (ກະຊວງແຜນການ ແລະ ການລົງທຶນ) ຈະສົມທົບກັບຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ປະກາດຊຸດດັດຊະນີຕີລາຄາລະດັບພັດທະນາວິສາຫະກິດຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ເພື່ອເປັນພື້ນຖານໜູນຊ່ວຍພັດທະນາວິສາຫະກິດຮອດປີ 2020. ຊຸດດັດຊະນີລວມມີຫຼາຍຕົວເລກຄາດໝາຍກ່ຽວຂ້ອງເຖິງລາຍຮັບ, ກຳໄລ, ການປະກອບເຂົ້າງົບປະມານ, ມີມູນຄ່າເພີ່ມ… ຊຸດດັດຊະນີກໍ່ມີບາງຕົວເລກຄາດໝາຍອື່ນໆເພື່ອສ່ອງແສງໝາກຜົນຂອງການຜະລິດ ດຳເນີນທຸລະກິດສຸດທ້າຍຂອງວິສາຫະກິດຂັ້ນແຂວງ. ນີ້ແມ່ນ “ໄມ້ວັດແທກ” ໃຫ້ແກ່ສົ້ນອອກຂອງວິສາຫະກິດ. ທ່ານ ຫງວຽນກວາງວີງ, ຮອງເລຂາທິການໃຫຍ່ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ, ໃຫ້ຮູ້ວ່າ: “ຊຸດດັດຊະນີພັດທະນາຂອງວິສາຫະກິດອີງໃສ່ລະບົບ, ການສະຖິຕິຕົວເລກທີ່ມີຢູ່ແລ້ວເພື່ອວັດແທກຄວາມສະດວກຂອງບັນດາວິສາຫະກິດໃນການດຳເນີນທຸລະກິດດ້ວຍບັນດານະໂຍບາຍ, ບາງຕົວເລກຄາດໝາຍຕົ້ນຕໍເຊິ່ງພວກເຮົາຄາດຄະເນວ່າຈະນຳເຂົ້າ. ຊຸດດັດຊະນີ ຄວາມແກ່ງແຍ້ງຂັ້ນແຂວງ (PCI) ແລະ ຊຸດດັດຊະນີພັດທະນາວິສາຫະກິດນີ້ຈະເພີ່ມເຕີມໃຫ້ກັນເປັນຢ່າງດີເພື່ອສາມາດວັດແທກລະດັບຄວາມສະດວກໃນສະພາບການດຳເນີນທຸລະກິດເຊິ່ງວິສາຫະກິດ ຫວຽດນາມ ພວມເຄື່ອນໄຫວ.” (ແຫຼ່ງຄັດຈາກ VOV)