
ເລື່ອງຄວບຄຸມໂຄວິດ-19 ເປັນຢ່າງດີ ແລະ ມີລະດັບການເຕີບໂຕເປັນປົກກະຕິແມ່ນຈຸດເນັ້ນຂອງໜັງສືພິມສາກົນ ເມື່ອເຕື້ອງເຖິງສະພາບດຳເນີນກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ. ເວັບໄຊ asiamediacentre.org.nz (ນິວຊີແລນ) ຢັ້ງຢືນວ່າ, ຫວຽດນາມ ເລີ່ມພົ້ນເດັ່ນຂຶ້ນຄືດັ່ງປະເທດ ອາຊີ ໃໝ່ສຸດ ດ້ວຍທີ່ຕັ້ງນັບມື້ນັບໝັ້ນແກ່ນໃນພາກພື້ນ ແລະ ມີຄວາມສາມາດບົ່ມຊ້ອນການເຕີບໂຕເສດຖະກິດສູງໃນອະນາຄົດ.
ໜັງສືພິມ The Sunday Times ຂອງສິງກະໂປ ຫາກໍ່ລົງພິມບົດຂຽນທີ່ໃຫ້ຂໍ້ສັງເກດວ່າ ຫວຽດນາມ ພວມກະກຽມໃຫ້ແກ່ເຫດການການເມືອງສຳຄັນໃນເງືຶ່ອນໄຂສະດວກ ເຊິ່ງປະຈຸບັນບໍ່ມີຫລາຍປະເທດໃນໂລກສາມາດເຮັດໄດ້ໃນ 2 – 3 ວັນມານີ້ ສື່ມວນຊົນລັດເຊຍ ກໍ່ໄດ້ໃຫ້ຂ່າວກ່ຽວກັບ ຫວຽດນາມ ກະກຽມ ໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ກໍ່ຄືບັນດາຜົນງານຂອງປະເທດ ຫວຽດນາມ ໃນ ຂົງເຂດການເມືອງ, ສັງຄົມ, ເສດຖະກິດ ແລະ ການຕ່າງປະເທດ.
(ແຫຼ່ງຄັດຈາກ VOV)