• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂກ​ຕ່າງ​ປະ​ເທດ​ເດີນ​ທາງ​ມາ ຫວຽດ​ນາມ ເພີ່​ມ​ຂຶ້ນ​ເປັນ​ຈຳ​ນວນຫຼາຍ, ນີ້​ແມ່ນ​ສັນ​ຍານທີ່​ດີກ່ຽວ​ກັບ​ການ​ຟື້ນ​ຟູ​​ການ​ທ່ອງ​ທ່ຽວ

ຕາມກົມໃຫ່ຍທ່ອງທ່ຽວ ຫວຽດນາມ ແລ້ວ, ແຂກຕ່າງປະເທດເດີນທາງມາ ຫວຽດນາມ ເພີ່ມຂຶ້ນຢ່າງວ່ອງໄວ ໃນເດືອນ ພຶດສະພາ 2022 ບັນລຸ 172,9 ພັນເທື່ອຄົນ, ເພີ່ມຂຶ້ນ 70,6% ເມືຶ່ອທຽບໃສ່ເດືອນກ່ອນ ແລະ ຫຼາຍກວ່າ 12,8 ເທົ່າ ເມື່ອທຽບໄລຍະດຽວກັນຂອງປີກາຍ.
  ຕໍແຮ ເຊິ່ງເປັນເຄື່ອງຫຼີ້ນພື້ນເມືອງຂອງ ຫວຽດນາມ ຈັບໃຈແທກທ່ອງທ່ຽວສາກົນ (ພາບ: TTXVN)  

 ເຖິງວ່າຍັງຕໍ່າກວ່າຫຼາຍເມື່ອທຽບໃສ່ໄລຍະທີ່ຍັງບໍ່ທັນເຫັດການແຜລະບາດໂຄວິດ-19, ແຕ່ນີ້ແມ່ນສັນຍານທີ່ດີຕໍ່ກັບຂະແໜງການທ່ອງທ່ຽວພາຍຫຼັງເກືອບ 3 ເດືອນ ທີ່ຫວຽດນາມປະກາດເປີດກວ້າງການທ່ອງທ່ຽວ, ພິເສດ ແມ່ນງານມະຫາກຳກິລາຊີເກມ 31ທີ່ຜ່ານມາ, ຫວຽດນາມແມ່ນໃຈກາງດຶງດູດ ບັນດາຄະນະນັກກິລາກອງເຊຍ, ເຈົ້າໜ້າທີ່ກິລາ, ແຂກທ່ອງທ່ຽວໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ເດີນທາງມາເຕົ້າໂຮມ, ແຂ່ງຂັນ ແລະ ທ່ຽວຊົມທັດສະນິຍະພາບຢູ່ ຫວຽດນາມ.

ໃນໄລຍະ 5 ເດືອນຕົ້ນປີ ບັນດາຕະຫຼາດໃນພາກພື້ນທົ່ວໂລກແມ່ນເພີ່ມຂຶ້ນເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ ບັນດາຕະຫຼາດມີລະດັບເພື່ມຂຶ້ນຫຼາຍທີ່ສຸດແມ່ນພາກພື້ນ ອາເມລິກາ, ບັນລຸ 49, 675 ເທື່ອຄົນ, ເພີ່ມຂຶ້ນ 22,9 ເທົ່າ. ຕໍ່ມາແມ່ນເອີ່ຣົບ, ຂົງເຂດ ອາຊີ…

ຕາມການລາຍງານຄັ້ງຫຼ້າສຸດຂອງເວທີ່ປາໄສເສດຖະກິດສາກົນ(World Economic Fo), ດັດຊະນີຄວາມສາມາດການພັດທະນາຂອງຂະແໜງການທ່ອງທ່ຽວ ຫວຽດນາມ ປີ 2021 ຈັດຢູ່ໃນລະດັບ 52, ເລື່ອນຂຶ້ນ 8 ຂັ້ນ ເມື່ອທຽບໃສ່ປີ  2019, ນອນນູ່ໃນ 3 ປະເທດມີລະດັບປົວແປງດີທີ່ສຸດຂອງໂລກ. 

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຄັດຄ້ານ ໄຕ້ຫວັນ (ປະເທດຈີນ) ຊ້ອມຮົບຍິງລູກປືນແທ້ຢູ່ເຂດທະເລອ້ອມແອ້ມເກາະ ບາບິ່ງ

ຫວຽດນາມ ຄັດຄ້ານ ໄຕ້ຫວັນ (ປະເທດຈີນ) ຊ້ອມຮົບຍິງລູກປືນແທ້ຢູ່ເຂດທະເລອ້ອມແອ້ມເກາະ ບາບິ່ງ

ຫວຽດນາມ ໄດ້ຢັ້ງຢືນປັນຫຼາຍຄັ້ງຕໍ່ເລື່ອງ ໄຕ້ຫວັນ ຈັດການຊ້ອມຮົບຍິງລູກປືນແທ້ຢູ່ເຂດທະເລອ້ອມແອ້ມເກາະ ບາບິ່ງ ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງ ຫວຽດນາມ ແມ່ນການກະທຳ ...

Top