• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂກທ່ອງທ່ຽວສາກົນມາຢ້ຽມຢາມຫວຽດນາມບັນລຸກວ່າ5,54ລ້ານເທື່ອຄົນ

      ຕາມຂໍ້ມູນຂ່າວສານຈາກກົມໃຫຍ່ສະຖິຕິຫວຽດນາມທີ່ປະກາດໃນວັນທີ 29 ເມສາ ໃຫ້ຮູ້ວ່າ: 4 ເດືອນຕົ້ນປີ 2018, ແຂກທ່ອງທ່ຽວສາກົນ ມາຢ້ຽມຢາມຫວຽດນາມ ເພີ່ມຂຶ້ນ 29,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. 
ໃນນັ້ນ ແຂກທ່ອງທ່ຽວມາຈາກ ອາຊີ ເພີ່ມຂຶ້ນ 36% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017, ເປັນຕົ້ນແມ່ນແຂກທ່ອງທ່ຽວມາຈາກຈີນ, ສເກົາຫລີ, ຍີ່ປຸ່ນ, ມາເລເຊຍ…
      ຈຳນວນແຂກທ່ອງທ່ຽວມາຈາກ ເອີລົບ, ອາຟຼິກາ, ທະວີບອາເມລິກາ ກໍ່ເພີ່ມຂຶ້ນເມື່ອທຽບໃສ່ປີກາຍ. ເພື່ອບັນລຸຕົວເລກຫນ້າປະທັບໃຈຄືດັ່ງກ່າວ, ນັບແຕ່ຕົ້ນປີ 2018 ກົມໃຫຍ່ທ່ອງທ່ຽວຫວຽດນາມ ໄດ້ປະຕິບັດການໂຄສະນາ, ສົ່ງເສີມ, ແນະນຳການທ່ອງທ່ຽວຫວຽດນາມ ຢູ່ຫລາຍປະເທດກໍ່ຄືຈັດງານຕະຫລາດນັດທ່ອງທ່ຽວສາກົນອີກ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top