ກອງທຶນເງິນຕາສາກົນ (IMF) ແລະ ທະນາຄານໂລກ (WB) ຈັດກອງປະຊຸມປະຈຳປີຢູ່ ວໍຊິງຕັນ (ແຕ່ວັນທີ 13 – 18 ຕຸລາ), ທີ່ປະຊຸມປະຈຳປີຢູ່ວໍຊິງຕັນໄດ້ກ່າວເຕືອນວ່າ ພື້ນຖານເສດຖະກິດໂລກພວມມີສັນຍານເຄັ່ງຕຶງຍ້ອນນະໂຍບາຍພາສີອາກອນຂອງ ອາເມລິກາ ແລະ ລັດທິປົກປ້ອງແຜ່ຂະຫຍາຍຢ່າງກ້ວາງຂວາງ.
ຕາມບົດລາຍງານແງ່ຫວັງເສດຖະກິດໂລກ (WEO) ທີ່ IMF ຫາກໍ່ປະກາດກ່ອນດຳເນີນກອງປະຊຸມປະຈຳປີແລ້ວ, ຄາດວ່າ ພື້ນຖານເສດຖະກິດທົ່ວໂລກຈະບັນລຸລະດັບເຕີບໂຕ 3,2% ໃນປີ 2025, ສູງກວ່າລະດັບ 3% ທີ່ໄດ້ຄາດຄະເນໃນເດືອນ ກໍລະກົດ. ເຖິງຢ່າງໃດກໍ່ຕາມ, ຮອດປີ 2026, ລະດັບເຕີບໂຕໄດ້ຮັບການຄາດຄະເນຈະຫຼຸດລົງເຫຼືອພຽງ 3.1%.
ສະພາບມືດມົວໃນໄລຍະຍາວ
ໂດຍອະທິບາຍໃຫ້ແກ່ການຄາດຄະເນຫຼ້າສຸດກ່ຽວກັບເສດຖະກິດ, IMF ໃຫ້ຮູ້ວ່າ ເລື່ອງຍົກລະດັບຄາດຄະເນການເຕີບໂຕໃນປີນີ້ຕົ້ນຕໍ່ແມ່ນຍ້ອນບັນດາປັດໄຈທີ່ມີລັກສະນະຊົ່ວຄາວ, ຄືບັນດາວິສາຫະກິດ ແລະ ຄອບຄົວ ຍູ້ແຮງການຊື້ສິນຄ້າກ່ອນທີ່ການຈັດວາງອັດຕາພາສີສູງຈະມີຜົນສັກສິດ, ພ້ອມກັບສະກຸນເງິນ USD ຕົກລາຄາ, ຜ່ານນັ້ນ ກໍ່ໜູນຊ່ວຍການຄ້າທົ່ວໂລກ. ເຖິງຢ່າງໃດກໍ່ຕາມ, ບົດລາຍງານໃຫ້ຂໍ້ສັງເກດວ່າ ໃນໄລຍະກາງ ແລະ ໄລຍະຍາວ, ແງ່ຫວັງຍັງມືດມົວຢູ່.
ສາຍເຫດທຳອິດແມ່ນຄວາມເຄັງ່ຕຶງດ້ານການຄ້າທົ່ວໂລກພວມມີສັນຍາເພີ່ມຂຶ້ນ, ເມື່ອວັນທີ 10 ຕຸລາ, ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ຖະແຫຼງຈະຈັດວາງອັດຕາພາສີເພີ່ມເຕີມ 100% ຕໍ່ສິນຄ້າຂອງ ຈີນ ເລີ່ມແຕ່ວັນທີ 01 ພະຈິກ, ເພື່ອໂຕ້ຕອບເລື່ອງ ປັກກິ່ງ ຫາກໍ່ຈັດວາງຈຳກັດການສົ່ງອອກດິນຫາຍາກ. ວັນທີ 15 ຕຸລາ, ທ່ານ Donald Trump ຖະແຫຼງວ່າ ອາເມລິກາ “ພວມຢູ່ໃນໄລຍະສົງຄາມການຄ້າກັບ ຈີນ”. ເຖິງວ່າ ຫຼັງຈາກນັ້ນທັງ 2 ຝ່າຍລ້ວນແຕ່ສົ່ງສັນຍານຜ່ອນຄາຍລົງ. ທ່ານນາງ Ngozi Okonjo-Iweala, ຜູ້ອຳນວຍການໃຫຍ່ອົງການການຄ້າໂລກ (WTO), ໃຫ້ຮູ້ວ່າ:
“ບັນດາຮູບແບບຂອງພວກຂ້າພະເຈົ້າສະແດງໃຫ້ເຫັນວ່າ ບໍ່ວ່າການແບ່ງແຍກໃດ, ການແບ່ງໂລກເປັນ 2 ກຸ່ມການຄ້າລ້ວນແຕ່ເຮັດໃຫ້ GDP ທົ່ວໂລກຫຼຸດລົງຢ່າງແຮງໃນໄລຍະຍາວ. ລະດັບຫຼຸດລົງຂຶ້ນເຖິງ 7% ແລະ ສຳລັບບັນດາປະເທດພວມພັດທະນາ, ຄວາມເສຍຫາຍດ້ານສະຫວັດດີການອາດຈະຂຶ້ນເຖິງລະດັບ 2 ຕົວເລກ”.
ພ້ອມກັນນັ້ນ, ບົດລາຍງານຂອງ IMF ກໍ່ຊີ້ໃຫ້ເຫັນແງ່ຫວັງລະດັບເຕີບໂຕບໍ່ດີປານໃດຂອງຫຼາຍພື້ນຖານເສດຖະກິດໃຫຍ່. ສຳລັບ ອາເມລິກາ, ເຊິ່ງແມ່ນພື້ນຖານເສດຖະກິດແຖວໜ້າໂລກ, IMF ຄາດຄະເນວ່າ ລະດັບເຕີບໂຕເສດຖະກິດ ຂອງອາເມລິກາ ຈະຫຼຸດລົງ 2% ໃນປີນີ້ ແລະ ຄາດວ່າຈະຮັກສາຢູ່ລະດັບ 2,1% ໃນປີ 2026. ສ່ວນພາກພື້ນນຳໃຊ້ສະກຸນເງິນເອີໂລລວມ (Eurozone) ໄດ້ຮັບການຄາດຄະເນວ່າ ຈະເຕີບໂຕດ້ວຍລະດັບ 1,2% ໃນປີນີ້ ແລະ 1.1% ໃນປີ 2026. ເສດຖະກິດຂອງ ຈີນ ຄາດວ່າຈະຫຼຸດລົງ 4,8% ໃນປີນີ້ ແລະ 4,2% ໃນປີ 2026. ສິ່ງທີ່ໜ້າສົນໃຈ, IMF ໃຫ້ຮູ້ວ່າ ນັບມື້ນັບມີຫຼາຍສັນຍານຊີ້ໃຫ້ເຫັນຜົນກະທົບຂອງພາສີສູງເລີ່ມແຜ່ຂະຫຍາຍຢ່າງກວ້າງຂວາງ, ພິເສດແມ່ນຢູ່ ອາເມລິກາ. ທ່ານນາງ Kristalina Georgieva, ຜູ້ອຳນວຍການຝ່າຍບໍລິຫານ IMF, ໃຫ້ຂໍ້ສັງເກດວ່າ:
“ແງ່ຫວັງການເຕີບໂຕໃນໄລຍະກາງຍັງອ່ອນ. ໜີ້ສາທາລະນະພວມຢູ່ໃກ້ກັບລະດັບສູງສະຖິຕິ ແລະ ສືບຕໍ່ເພີ່ມຂຶ້ນ, ພ້ອມກັນນັ້ນ ເສດຖະກິດທົ່ວໂລກກໍ່ພວມຂາດດຸນ. ບັນດາການປ່ຽນແປງພວມເຮັດໃຫ້ການຄາດຄະເນເສດຖະກິດທົ່ວໂລກ ໄດ້ຍາກກວ່າ ແລະ ສິ່ງດັ່ງກ່າວພວມສົ່ງຜົນສະທ້ອນເຖິງປະຊາຊົນ”.
ບັນດາຄວາມຫວັງໃໝ່
ເຖິງວ່າມີຄວາມສ່ຽງໜ້າເປັນຫ່ວງຕໍ່ເສດຖະກິດໂລກໃນໄລຍະກາງ, ແຕ່ກອງປະຊຸມປະຈຳປີຢູ່ ວໍຊິງຕັນ, IMF ແລະ ຫຼາຍອົງການກໍ່ເນັ້ນໜັກເຖິງບາງປັດໄຈທີ່ອາດຈະກາຍເປັນຈຸດພົ້ນເດັ່ນ ພາໃຫ້ການເຕີບໂຕທົ່ວໂລກ. ຕາມທ່ານ Pierre- Olivier Gourinchas, ຜູ້ອຳນວຍການພາກສ່ວນຄົ້ນຄວ້າຂອງ IMF ແລ້ວ, ໜຶ່ງໃນບັນດາປັດໄຈທີ່ຊ່ວຍຫຼຸດຜົນສະທ້ອນຈາກອັດຕາພາສີສູງໃນເຄິ່ງຕົ້ນປີ 2025 ນັ້ນ ແມ່ນການລົງທຶນຫຼາຍເຂົ້າປັນຍາປະດິດ (AI) . ຕາມການຄິດໄລ່ຂອງ IMF, ໃນຈຸດເວລານີ້, AI ອາດສາມາດປະກອບສ່ວນເຂົ້າການເຕີບໂຕທົ່ວໂລກແຕ່ 0,1% ຫາ 0,8%. ໃນບົດລາຍງານດ້ານການຄ້າທົ່ວໂລກທີ່ປະກາດໃນວັນທີ 08 ຕຸລາ, WTO ກໍ່ເນັ້ນໜັກເຖິງບົດບາດທີ່ນັບມື້ນັບສູງຂອງ AI ສຳລັບການຄ້າທົ່ວໂລກ ແລະ ການປະກອບສ່ວນເຂົ້າລະດັບເຕີບໂຕ. ທ່ານ Marc Bachetta, ນັກຊ່ຽວຊານດ້ານເສດຖະກິດຂອງ WTO, ໃຫ້ຂໍ້ສັງເກດວ່າ:
“ການຄ້າສິນຄ້າກ່ຽວຂ້ອງເຖິງ AI ແມ່ນກຳລັງໜູນຕົ້ນຕໍໃຫ້ແກ່ການເຕີບໂຕຢ່າງແຮງຂອງການຄ້າໃນເຄິ່ງປີນີ້, ເມື່ອມູນຄ່າດ້ານການຄ້າບັນດາຜະລິດຕະພັນນີ້ເພີ່ມຂຶ້ນ 20% ໃນໄລຍະ 1 ປີ, ກວມເອົາເກືອບເຄິ່ງໜຶ່ງລະດັບເຕີບໂຕໃນ 1 ປີຜ່ານມາຂອງການຄ້າທົ່ວໂລກ, ເຖິງວ່າບັນດາສິນຄ້າທີ່ກ່ຽວຂ້ອງເຖິງ AI ນີ້ພຽງກວມເອົາຍອດວົງເງິນການຄ້າສິນຄ້າ 10%. ເລື່ອງການຄ້າກ່ຽວຂ້ອງເຖິງ AI ເພີ່ມຂຶ້ນ ໄດ້ຮັບການຊຸກຍູ້ຍ້ອນການລົງທຶນມີລັກສະນະໂຄງສ້າງເຂົ້າໃນພື້ນຖານໂຄງລ່າງດີຈີຕອນ, ນັບແຕ່ເຄິ່ງຊັກນຳໄຟຟ້າ ຕະຫຼອດຮອດ cloud server”.
ປະຈຸບັນ, ສະຫະພາບເອີລົບ (EU) ພວມຊອກຫາວິທີເພື່ອເຊື່ອມຕໍ່ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP), ພ້ອມກັນນັ້ນ ກໍ່ຍູ້ແຮງຄວາມຄືບໜ້າໃນການເຈລະຈາດ້ານການຄ້າກັບ ອິນເດຍ. ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້, ອົດສະຕາລີ, ນິວຊີແລນ ແລະ ບັນດາພື້ນຖານເສດຖະກິດໃຫຍ່ຢູ່ ອາຟະລິກາ ກໍ່ພວມຊຸກຍູ້ຍຸດທະສາດຫັນຄູ່ຮ່ວມມືດ້ານການຄ້າເປັນຫຼາຍຮູບຫຼາຍແບບ. ຕາມທ່ານ Rania Al-Mashat, ລັດຖະມົນຕີກະຊວງແຜນການ, ພັດທະນາເສດຖະກິດ ແລະ ຮ່ວມມືສາກົນຂອງ ອີຢິບ ແລ້ວ, ການເພີ່ມທະວີການຮ່ວມມືໃນພາກພື້ນແມ່ນ “ຄວາມຈຳເປັນຕ້ອງ” ຂອງການຜັນແປທົ່ວໂລກໃນໄລຍະຜ່ານມາ ແລະ ຈະສືບຕໍ່ແມ່ນທິດທາງສຳຄັນຂອງຫຼາຍປະເທດໃນໄລຍະຈະມາເຖິງ.