• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງມີການປະທຳຢ່າງແທດຈິງເພື່ອແກ້ໄຂບັນເຫຼືອງ IUU

ທ່ານນາຍົກລັດຖະມົນຕີຮຽກຮ້ອງວ່າ ແຕ່ລະອາທິດ, ບັນດາກະຊວງ, ຂະແໜງການຕ້ອງລາຍງານປະສິດທິຜົນວຽກງານ; ຕ້ອງມີບົດລາຍງານລະອຽດຍືນສະເໜີຕໍ່ກົມການເມືອງ

(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ກ່າວຄຳເຫັນທີ່ວາລະປະຊຸມ)

ເປົ້າໝາຍຂອງການພັດທະນາສິນໃນນ້ຳຕ້ອງມີສະຖຽນລະພາບ, ຍືນຍົງ ແລະ ຕັດສິນໃຈແກ້ໄຂບັດເຫຼືອງຂອງຄະນະກຳມະການເອີລົບ (ອີຊີ). ນີ້ແມ່ນຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ທີ່ວາລະປະຊຸມຄັ້ງທີ 18 ຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການຕ້ານການຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU) ຈັດຂຶ້ນໃນຕອນຄ່ຳວັນທີ 21 ຕຸລາ, ຢູ່ສຳນັກງານລັດຖະບານ. ວາລະປະຊຸມໄດ້ເຊື່ອມຕໍ່ກັບ 21 ແຂວງ, ນະຄອນເຂດແຄມທະເລ.

        ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຮຽກຮ້ອງວ່າ ແຕ່ລະອາທິດ, ບັນດາກະຊວງ, ຂະແໜງການຕ້ອງລາຍງານປະສິດທິຜົນວຽກງານ; ຕ້ອງມີບົດລາຍງານລະອຽດຍືນສະເໜີຕໍ່ກົມການເມືອງ; ຊີ້ນຳວຽກງານຕາມພາລະບົດບາດ, ທີ່ໜ້າ, ສິດອຳນາດ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ເປົ້າໝາຍຂອງການພັດທະນາສິນໃນນ້ຳຕ້ອງມີສະຖຽນລະພາບ, ຍືນຍົງ ແລະ ຕັດສິນໃຈແກ້ໄຂບັດເຫຼືອງຂອງຄະນະກຳມະການເອີລົບ (ອີຊີ).

        “ຕັດສິນໃຈແກ້ໄຂບັດເຫຼືອງໃຫ້ໄດ້. ນີ້ແມ່ນກຽດສັດສີ, ອິດທິພົນຊື່ສຽງຂອງປະເທດຊາດ ຫວຽດນາມ. ຕ້ອງພັດທະນາຂະແໜງສິນໃນນ້ຳຂອງ ຫວຽດນາມ ດ້ວຍຕົນເອງໃຫ້ໄດ້. ເປີດຈຸດສຸມໂຄສະນາຢ່າງກວ້າງຂວາງໃນທົ່ວລະບົບການເມືອງ. ບັນດາອົງການສື່ມວນຊົນສ້າງລາຍການ “ການກະທຳຢ່າງແທດຈິງ - ແກ້ໄຂບັດເຫຼືອງ IUU” “ພັດທະນາສິນໃນນ້ຳແບບຍືນຍົງ - ແກ້ໄຂບັດເຫຼືອງ IUU” ເພື່ອໂຄສະນາ, ຂົນຂວາຍ”.

        ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ກະຊວງປ້ອງກັນປະເທດ ຊີ້ນຳກຸ່ມບໍລິສັດ Viettel ສົມທົບກັບ VNPT ສ້າງລະບົບເຊື່ອມຕໍ່ການຕິດຕາມຂໍ້ມູນກຳປັ່ນຫາປາໃຫ້ສຳເລັດ, ນຳລະບົບກາວເຕືອນຂາດການເຊື່ອມຕໍ່ VMS ເຂົ້າໃຊ້ການ, ປະຕິບັດສຳເລັດກ່ອນວັນທີ 30 ຕຸລາ 2025. ກະຊວງຕຳຫຼວດສຸມໃສ່ສືບສວນ, ຟ້ອງສານ, ພິພາກສາບັນດາເຫດ IUU, ໂດຍສະເພາະແມ່ນພັກພວກທີ່ຈັດຕັ້ງການເດີນກຳປັ່ນຫາປາຂ້າມເຂດກຳນົດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top