• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ນຳ​ສູງສຸດ ອີ​ຣານ ປະ​ຕິ​ເສດ​ຂໍ້​ສະ​ເໜີ​ເຈ​ລະ​ຈາ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ

ຂໍ້ຕົກລົງທີ່ໄດ້ຮັບການປະຕິບັດພາຍໃຕ້ກຳລັງກົດດັນ ແລະ ມີໝາກຜົນທີ່ກຳນົດໄວ້ແລ້ວນັ້ນ ບໍ່ສາມາດຖືວ່າແມ່ນຂໍ້ຕົກລົງທີ່ແທ້ຈິງ.
Iran's Supreme Leader Ayatollah Ali Khamenei speaks during a meeting in Tehran, Iran, October 20, 2025. Photo: Office of the Iranian Supreme Leader/WANA/REUTERS

ວັນທີ 20 ຕຸລາ, ທ່ານ Ayatollah Ali Khamenei ການນຳສູງສຸດ ອີຣານ ປະຕິເສດຂໍ້ສະເໜີເຊື່ອມຕໍ່ການເຈລະຈາຄືນໃໝ່ຂອງ ທ່ານ DTrump ປະທານາທິບໍດີ ອາເມລິກາ ພ້ອມທັງປະຕິເສດຖະແຫຼງການຂອງ ວໍຊິງຕັນ ທີ່ວ່າ: ໄດ້ມ້າງທຳລາຍຄວາມສາມາດດ້ານນິວເຄຼຍຂອງ ເຕເຮຣານ. ຕາມສື່ມວນຊົນປະເທດ ອີຣານ, ທ່ານ Khamenei ຖືວ່າ ຂໍ້ຕົກລົງທີ່ໄດ້ຮັບການປະຕິບັດພາຍໃຕ້ກຳລັງກົດດັນ ແລະ ມີໝາກຜົນທີ່ກຳນົດໄວ້ແລ້ວນັ້ນ ບໍ່ສາມາດຖືວ່າແມ່ນຂໍ້ຕົກລົງທີ່ແທ້ຈິງ. ທ່ານຍັງປະຕິເສດຖະແຫຼງການຂອງປະທານາທິບໍດີ ອາເມລິກາ ທີ່ວ່າ ການບຸກໂຈມຕີທາງອາກາດຄັ້ງຕ່າງໆຂອງ ອາເມລິກາ ແລະ ອິດສະຣາແອັນ ໄດ້ມ້າງທຳລາຍຂົງເຂດນິວເຄຼຍຂອງ ອີຣານ, ທ່ານເນັ້ນໜັກວ່າ ເລື່ອງ ອີຣານ ຮັກສາບັນດາຮາກຖານນິວເຄຼຍ ແມ່ນບັນຫາພາຍໃນຂອງປະເທດນີ້.

  ທ່ານ Baghaei ໃຫ້ຮູວ່າ: ເຖິງວ່າ ມະຕິເລກທີ 2231 ຂອງສະພາຄວາມໝັ້ນຄົງ ສປຊ ແລະ ຂໍ້ຕົກລົງນິວເຄຼຍປີ 2015 (JCPOA) ໄດ້ໝົດຜົນສັກສິດນັບແຕ່ວັນທີ 19 ຕຸລາແລ້ວກໍ່ຕາມ, ແຕ່ ອີຣານ ຍັງຮັກສາສິດເສີມທາດອູຣານຽມ ແລະ ບັນດາການເຄື່ອນໄຫວນິວເຄຼຍເພື່ອຈຸດປະສົງສັນຕິພາບ. ທ່ານໄດ້ຕຳໜິຕິຕຽນ ອັງກິດ, ຝະລັ່ງ ແລະ ເຢຍລະມັນ (ກຸ່ມ E3) ຍ້ອນໄດ້ “ກະຕຸກຊຸກຍູ້ກົນໄກຟື້ນຟູການລົງໂທດ” ກ່ອນກຳນົດເວລາ, ພ້ອມທັງເນັ້ນໜັກວ່າ: ອາເມລິກາ ເອງແມ່ນຝ່າຍກໍ່ຜົນຮ້າຍອັນໜັກໜ່ວງ ຂະນະທີ່ຖອນຕົວອອກຈາກ JCPOA ພຽງລຳພັງຝ່າຍດຽວເມື່ອປີ 2018.

(ແຫຼ່ງຄັດຈາກ VOV)

ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ຊີ​ວະ​ພາບ ຟອງ​ຍາ-ແກ​ບາງ ອອກ​ສູ່​ພາກ​ພື້ນ ອາ​ຊຽນ

ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ຊີ​ວະ​ພາບ ຟອງ​ຍາ-ແກ​ບາງ ອອກ​ສູ່​ພາກ​ພື້ນ ອາ​ຊຽນ

ບັນດາຄູ່ຮ່ວມມືລ້ວນແຕ່ຢາກນຳມາເຊິ່ງບັນດາໂອກາດຂຸດຄົ້ນຄວາມງາມທຳມະຊາດຢູ່ແຂວງ ກວາງຈິ, ພິເສດແມ່ນຖ້ຳ ເຊີນດ່ອງ....

Top