ຂໍ້ຕົກລົງທີ່ໄດ້ຮັບການປະຕິບັດພາຍໃຕ້ກຳລັງກົດດັນ ແລະ ມີໝາກຜົນທີ່ກຳນົດໄວ້ແລ້ວນັ້ນ ບໍ່ສາມາດຖືວ່າແມ່ນຂໍ້ຕົກລົງທີ່ແທ້ຈິງ.
Iran's Supreme Leader Ayatollah Ali Khamenei speaks during a meeting in Tehran, Iran, October 20, 2025. Photo: Office of the Iranian Supreme Leader/WANA/REUTERS
ວັນທີ 20 ຕຸລາ, ທ່ານ Ayatollah Ali Khamenei ການນຳສູງສຸດ ອີຣານ ປະຕິເສດຂໍ້ສະເໜີເຊື່ອມຕໍ່ການເຈລະຈາຄືນໃໝ່ຂອງ ທ່ານ D. Trump ປະທານາທິບໍດີ ອາເມລິກາ ພ້ອມທັງປະຕິເສດຖະແຫຼງການຂອງ ວໍຊິງຕັນ ທີ່ວ່າ: ໄດ້ມ້າງທຳລາຍຄວາມສາມາດດ້ານນິວເຄຼຍຂອງ ເຕເຮຣານ. ຕາມສື່ມວນຊົນປະເທດ ອີຣານ, ທ່ານ Khamenei ຖືວ່າ ຂໍ້ຕົກລົງທີ່ໄດ້ຮັບການປະຕິບັດພາຍໃຕ້ກຳລັງກົດດັນ ແລະ ມີໝາກຜົນທີ່ກຳນົດໄວ້ແລ້ວນັ້ນ ບໍ່ສາມາດຖືວ່າແມ່ນຂໍ້ຕົກລົງທີ່ແທ້ຈິງ. ທ່ານຍັງປະຕິເສດຖະແຫຼງການຂອງປະທານາທິບໍດີ ອາເມລິກາ ທີ່ວ່າ ການບຸກໂຈມຕີທາງອາກາດຄັ້ງຕ່າງໆຂອງ ອາເມລິກາ ແລະ ອິດສະຣາແອັນ ໄດ້ມ້າງທຳລາຍຂົງເຂດນິວເຄຼຍຂອງ ອີຣານ, ທ່ານເນັ້ນໜັກວ່າ ເລື່ອງ ອີຣານ ຮັກສາບັນດາຮາກຖານນິວເຄຼຍ ແມ່ນບັນຫາພາຍໃນຂອງປະເທດນີ້.
ທ່ານ Baghaei ໃຫ້ຮູວ່າ: ເຖິງວ່າ ມະຕິເລກທີ 2231 ຂອງສະພາຄວາມໝັ້ນຄົງ ສປຊ ແລະ ຂໍ້ຕົກລົງນິວເຄຼຍປີ 2015 (JCPOA) ໄດ້ໝົດຜົນສັກສິດນັບແຕ່ວັນທີ 19 ຕຸລາແລ້ວກໍ່ຕາມ, ແຕ່ ອີຣານ ຍັງຮັກສາສິດເສີມທາດອູຣານຽມ ແລະ ບັນດາການເຄື່ອນໄຫວນິວເຄຼຍເພື່ອຈຸດປະສົງສັນຕິພາບ. ທ່ານໄດ້ຕຳໜິຕິຕຽນ ອັງກິດ, ຝະລັ່ງ ແລະ ເຢຍລະມັນ (ກຸ່ມ E3) ຍ້ອນໄດ້ “ກະຕຸກຊຸກຍູ້ກົນໄກຟື້ນຟູການລົງໂທດ” ກ່ອນກຳນົດເວລາ, ພ້ອມທັງເນັ້ນໜັກວ່າ: ອາເມລິກາ ເອງແມ່ນຝ່າຍກໍ່ຜົນຮ້າຍອັນໜັກໜ່ວງ ຂະນະທີ່ຖອນຕົວອອກຈາກ JCPOA ພຽງລຳພັງຝ່າຍດຽວເມື່ອປີ 2018.