• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ຊີ​ວະ​ພາບ ຟອງ​ຍາ-ແກ​ບາງ ອອກ​ສູ່​ພາກ​ພື້ນ ອາ​ຊຽນ

ບັນດາຄູ່ຮ່ວມມືລ້ວນແຕ່ຢາກນຳມາເຊິ່ງບັນດາໂອກາດຂຸດຄົ້ນຄວາມງາມທຳມະຊາດຢູ່ແຂວງ ກວາງຈິ, ພິເສດແມ່ນຖ້ຳ ເຊີນດ່ອງ....
(ພາບ: Vietnam+)
ວັນທີ 20 ຕຸລາ, ຢູ່ນະຄອນ ໂຮ່ຈິມິນ, ທະນາຄານ UOB ຫວຽດນາມ ປະກາດການຮ່ວມມືຍຸດທະສາດກັບ Oxalis Adventure, ພາຍໃຕ້ການອຸປະຖຳຂອງຄະນະຄຸ້ມຄອງປ່າສະຫງວນ ຟອງຍາ-ແກບາງ ເພື່ອແນໃສ່ໂຄສະນາ “ອານາຈັກແຫ່ງຖ້ຳ ຟອງຍາ-ແກບາງ” ແລະ ພັດທະນາການທ່ອງທ່ຽວຊີວະພາບ ອອກສູ່ບັນດາປະເທດ ອາຊຽນ ຄື: ສິງກະໂປ, ມາເລເຊຍ, ອິນໂດເນເຊຍ, ໄທ ແລະ ຫວຽດນາມ. ຕາມຂໍ້ຕົກລົງ, ເຈົ້າຂອງບັນຊີຂອງທະນາຄານ UOB ຢູ່ 5 ປະເທດດັ່ງກ່າວ ຈະໄດ້ຮັບການຫລຸດລາຄາ 10% ເມື່ອຈອງລາຍການທ່ອງທ່ຽວໂດຍ Oxalis ຈັດຂຶ້ນຢູ່ ຟອງຍາ-ແກບາງ. Oxalis Adventure ແມ່ນວິສາຫະກິດທ່ອງທ່ຽວພະຈົນໄພທີ່ມີສຳນັກງານຕັ້ງຢູ່ ກວາງບິນ ໃຫ້ຮູ້ວ່າ: ລາຍການຮ່ວມມືໄດ້ເປີດໂອກາດໂຄສະນາບັນດາລາຍການທ່ອງທ່ຽວຄົ້ນຫາຖ້ຳ, ໃນນັ້ນ ມີຖ້ຳ ເຊີນດ່ອງ ກັບບັນດາກຸ່ມແຂກທ່ອງທ່ຽວສາກົນ. ບັນດາຄູ່ຮ່ວມມືລ້ວນແຕ່ຢາກນຳມາເຊິ່ງບັນດາໂອກາດຂຸດຄົ້ນຄວາມງາມທຳມະຊາດຢູ່ແຂວງ ກວາງຈິ, ພິເສດແມ່ນຖ້ຳ ເຊີນດ່ອງ ໃຫ້ແກ່ຜູ້ທີ່ຢາກມີຄວາມຮູ້ສຶກຢ່າງເລິກເຊິ່ງກວ່າ ກ່ຽວກັບຄວາມງາມ ແລະ ຄຸນຄ່າຂອງທຳມະຊາດ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ເສດຖະກິດໂລກພວມປະເຊີນໜ້າກັບຄວາມສ່ຽງຈະຊ້າລົງ

ເສດຖະກິດໂລກພວມປະເຊີນໜ້າກັບຄວາມສ່ຽງຈະຊ້າລົງ

ໂດຍອະທິບາຍໃຫ້ແກ່ການຄາດຄະເນຫຼ້າສຸດກ່ຽວກັບເສດຖະກິດ, IMF ໃຫ້ຮູ້ວ່າ ເລື່ອງຍົກລະດັບຄາດຄະເນການເຕີບໂຕໃນປີນີ້ຕົ້ນຕໍ່ແມ່ນຍ້ອນບັນດາປັດໄຈທີ່ມີລັກສະນະຊົ່ວຄາວ

Top