ການເລືອກເອົາ ຮ່າໂນ້ຍ ເປັນບ່ອນລົງນາມກໍ່ມີຄວາມໝາຍເປັນສັນຍາອັນເລິກເຊິ່ງ: ຫວຽດນາມ ໄດ້ຮັບຖືວ່າແມ່ນໃຈກາງຂອງການສົນທະນາປືກສາຫາລືສາກົນແຫ່ງໃໝ່, ແຫ່ງທີ່ບັນດາປະເທດພ້ອມກັນສ້າງຄວາມເຊື່ອໝັ້ນດີຈີຕອນ.
ບົດຂຽນໄດ້ເອົາລົງໃນໜັງສືພິມລາຍວັນ Cresus ລົງພິມໃນວັນທີ 19 ຕຸລາ (ພາບ: TTXVN)
ສື່ມວນຊົນ ອານເຊຣີ ໃຫ້ຂໍ້ສັງເກດວ່າ ນະຄອນຫຼວງຂອງ ຫວຽດນາມ ຈະກາຍເປັນໃຈກາງແຫ່ງການພົວພັນຕ່າງປະເທດທົ່ວໂລກ ເມື່ອເປັນບ່ອນຈັດພິທີລົງນາມສົນທິສັນຍາສະຫະປະຊາຊາດ ວ່າດ້ວຍການປ້ອງກັນ, ຕ້ານອາດຊະຍາກຳທາງໄຊເບີ (ສົນທິສັນຍາ ຮ່າໂນ້ຍ) ໃນ 2 ວັນຄື ວັນທີ 25 - 26 ຕຸລາ. ໜັງສືພິມລາຍວັນ Cresus ລົງພິມໃນວັນທີ 19 ຕຸລາ ມີບົດຂຽນທີ່ມີຫົວຂໍ້ວ່າ “ຈາກ ຮ່າໂນ້ຍ ໄປເຖິງ ອານເຊຣີ: ເມື່ອໄຊເບີ ໄດ້ຮັບການປົກປ້ອງຈາກການທູດ”, ໃນນັ້ນໄດ້ເວົ້າແຈ້ງວ່າ ອານເຊຣີ ແລະ ຫວຽດນາມ ແມ່ນສອງປະເທດທີ່ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວິວັດການຮຽບຮຽງສົນທິສັນຍາ; ເນັ້ນໜັກສົນທິສັນຍາ ຮ່າໂນ້ຍ ບໍ່ພຽງແຕ່ເປັນເຄື່ອງມືທາງດ້ານກົດໝາຍເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນວິໄສທັດວັດທະນະທໍາມະນຸດ ກ່ຽບກັບອະນາຄົດດີຈີຕອນ, ຖືສິດຂອງມະນຸດ ແລະ ສິດສ່ວນຕົວເປັນໃຈກາງ. ເມື່ອຄັດສະເໜີຄຳເວົ້າຂອງ ທ່ານ ນາງ Ghada Waly, ອຳນວຍການຝ່າຍບໍລິຫານ ອົງການຕ້ານຢາເສີບຕິດ ແລະ ອາດຊະຍາກຳຂອງ ສະຫະປະຊາຊາດ (UNODC), ໜັງສືພິມ Cresus ໄດ້ຊີ້ແຈ້ງວ່ານີ້ແມ່ນ “ຂີດໝາຍປະຫວັດສາດເປີດຊ່ອງທາງໃຫ້ແກ່ການຮ່ວມມືທົ່ວໂລດ ທີ່ຍັງບໍ່ທັນມີມາກ່ອນ”.
ໜັງສືພິມ Cresus ຖືວ່າ ການເລືອກເອົາ ຮ່າໂນ້ຍ ເປັນບ່ອນລົງນາມກໍ່ມີຄວາມໝາຍເປັນສັນຍາອັນເລິກເຊິ່ງ: ຫວຽດນາມ ໄດ້ຮັບຖືວ່າແມ່ນໃຈກາງຂອງການສົນທະນາປືກສາຫາລືສາກົນແຫ່ງໃໝ່, ແຫ່ງທີ່ບັນດາປະເທດພ້ອມກັນສ້າງຄວາມເຊື່ອໝັ້ນດີຈີຕອນ. ນີ້ບໍ່ພຽງແຕ່ແມ່ນເຫດການການທູດເທົ່ານັ້ນ ຫາກຍັງເປັນຄຳຮຽກຮ້ອງທົ່ວໂລກ ກ່ຽວກັບການຮ່ວມມື. ຍ້ອນວ່າ ໃນການຕໍ່ສູ້ຕ້ານອາດຊະຍາກຳທາງໄຊເບີ ບໍ່ມີປະເທດໃດສາມາດປະຕິບັດພຽງລຳພັງຝ່າຍດ່ຽວໄດ້.
(ແຫຼ່ງຄັດຈາກ VOV)