• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວທີປາໄສການຮ່ວມມືລະຫວ່າງຫວຽດນາມ - ຝລັ່ງ ກ່ຽວກັບຕົວເມືອງສະຫຼາດ ແລະ ຍືນຍົງ

ວັນທີ 4 ກໍລະກົດ, ທີ່ນະຄອນໂຮ່ຈີມິນ, ອົງການການຄ້າ ແລະ ການລົງທຶນ ຝລັ່ງ ໄດ້ສົມທົບກັບສະຖານກົງສູນໃຫຍ່ຝລັ່ງ ປະຈຳນະຄອນໂຮ່ຈີມິນ ໄດ້ຈັດຕັ້ງ “ເວທີປາໄສການຮ່ວມມືລະຫວ່າງຫວຽດນາມ - ຝລັ່ງ ກ່ຽວກັບຕົວເມືອງສະຫຼາດ ແລະ ຍືນຍົງ.

ຜູ້ຕາງໜ້າຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນແລະສະຖານກົງສູນໃຫຍ່ຝລັ່ງປະຈຳນະຄອນໂຮ່ຈີມິນລົງນາມໃນບົດບັນທຶກຊ່ວຍຈຳ ກ່ຽວກັບການຮ່ວມມືໃນຂົງເຂດຄຸ້ມຄອງຄຸນນະພາບຂອງອາກາດ

ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ເຈິ່ນຫວິງຕວ໋ຽນ, ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ ນະຄອນພວມຜັນຂະຫຍາຍແຜນຮ່າງກໍ່ສ້າງນະຄອນກາຍເປັນນະຄອນສະຫຼາດ ໄລຍະ 2017 – 2025, ວິໄສທັດຮອດ 2030:

        “ຄາດຄະເນວ່າ ເສັ້ນທາງແຫ່ງການເຄື່ອນໄຫວຮອດປີ 2020, ໃນຂັ້ນພື້ນຖານ, ພວກເຮົາຈະຜັນຂະຫຍາຍບັນດາເປົ້າໝາຍລະອຽດ, ຕອບສະໜອງໄດ້ຕາມບັນດາບໍລິການສະດວກໃຫ້ແກ່ປະຊາຊົນນະຄອນ ບົນພື້ນຖານ ຮັບປະກັນຄວາມປອດໄພທາງຄົມມະນາຄົມ, ການສຶກສາ ແລະ ບັນຫາສຸຂະພາບ”.

        ທີ່ເວທີປາໄສ, ຜູ້ຕາງໜ້າຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ແລະ ສະຖານກົງສູນໃຫຍ່ແຫ່ງ ສາທາລະນະລັດ ຝລັ່ງ ປະຈຳນະຄອນໂຮ່ຈີມິນ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ກ່ຽວກັບການຮ່ວມມືໃນຂົງເຂດຄຸ້ມຄອງຄຸນນະພາບຂອງອາກາດ ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍດ້ານສິ່ງແວດລ້ອມ.

(ແຫຼ່ງຄັດຈາກ VOV)


ອາເມລິກາ, ເອີລົບ ປຶກສາຫາລືບາດກ້າວຕໍ່ໄປຊຸກຍູ້ວິວັດທະນາການສັນຕິພາບ ຢູແກຼນ

ອາເມລິກາ, ເອີລົບ ປຶກສາຫາລືບາດກ້າວຕໍ່ໄປຊຸກຍູ້ວິວັດທະນາການສັນຕິພາບ ຢູແກຼນ

ການໂອ້ລົມທົນທະນາໂດຍມີການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດ ອາເມລິກາ, ເລຂາທິການສະພາຄວາມໝັ້ນຄົງ ແລະ ປ້ອງກັນຊາດແຫ່ງຊາດຂອງ ຢູແກຼນ…

Top