• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ມູນ​ເຊື້ອ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ປະ​ຊາ​ຊົນ

ຕອນ​ເຊົ້າ​ວັນ​ທີ 11 ກໍ​ລະ​ກົດ, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ພັກ​ຕຳຫຼວດ​ສູນ​ກາງ, ກ​ະ​ຊວງ​ຕຳຫຼວດ​ໄດ້​ຈັດ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ມູນ​ເຊື້ອ​ກຳ​ລັງ​ປ້ອງ​ກັນ​​ຄວາມ​ສະ​ຫງົບ ປະ​ຊາ​ຊົນ (12/7/1946 - 12/7/2026).
  ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມປະ​ດັບ ຫຼຽນ​ກາ​ດາວ​ຄຳ​ໃຫ້​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ປະ​ຊາ​ຊົນ (ພາບ: VNA)  

ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ຊີ້​ນຳ​ທີ່​ພິ​ທີ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ,ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ເຊີດ​ຊູ​ບັນ​ດາ​ຜົນ​ງານ, ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ປ້ອງ​ກັນ​​ຄວາມ​ສະ​ຫງົບ ​ປະ​ຊາ​ຊົນ ​ໃນ​ພາ​ລະ​ກິດ​ແຫ່ງ​ການ​ປ້ອງ​ກັນ​​ຄວາມ​ສະ​ຫງົບ ແຫ່ງ​ຊາດ ແລະ ການ​ສ້າງ​ສາ, ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ຕໍ່​ໜ້າ​ສະ​ພາບ​ການ​ໂລກ ແລະ ພາກ​ພື້ນ​ມີ​ການ​ຜັນ​ແປ​ທີ່​ສັບ​ສົນ, ກໍ່​ຄື​ບັນ​ດາ​ສິ່ງ​ທ້າ​ທາຍຕໍ່​ຄວາມສະ​ຫງົບ​ແບບ​ໃໝ່, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທາ​ປ​ນະ​ເທດ ຮຽກ​ຮ້ອງ​ໃຫ້​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ປະ​ຊາ​ຊົນ​ປ່ຽນ​ແປງ​ຈິນ​ຕະ​ນາ​ການ ແລະ ວິ​ທີ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ​ຢ່າງ​ແຮງ. ທ່ານ​ໃຫ້​ຮູ້​ວ່າ:

​ຄວາມ​ໝັ້ນ​ຄົງ ໃນ​ສັງ​ກາດ​ໃໝ່​ຕ້ອງ​ມີ​ຄວາມ​ເປັນ​ເຈົ້າ​ການ, ບໍ່​ພຽງ​ແຕ່​ປົກ​ປ້ອງ​ພັກ, ລັດ, ປະ​ຊາ​ຊົນ, ລະ​ບອບ, ລະ​ບອບ​ລະ​ບຽບ​ການ ແລະ ອະ​ທິ​ປະ​ໄຕ​ແຫ່ງ​ຊາດ​ຕໍ່​ໜ້າ​ບັນ​ດາ​ໄພ​ນາບ​ຂູ່ເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​ເປີດກວ້າງ​ການ​ປົກ​ປ້ອງ​ບັນ​ດາ​ປັດ​ໄຈ​ສ້າງ​ຂຶ້ນ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ແກ້ງ​ແຍ້ງ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ, ຮັບ​ປະ​ກັນ​ການ​ເຄື່ອນ​ໄຫວ​ເປັນ​ປົກ​ກະ​ຕິ​ຂອງ​ທົ່ວ​ລະ​ບົບ​ເສດ​ຖະ​ກິດ, ສັງ​ຄົມ, ເຕັກ​ໂນ​ໂລ​ຢີ; ດ້ວຍ​ຄວາມ​ໝັ້ນ​ຄົງ​ລະ​ບອບລະ​ບຽບ​ການ, ຄວາມ​ໝັ້ນ​ຄົງ​ໃນ​ການ​ກຳ​ອຳ​ນາດ​ແມ່ນ​ສຳ​ຄັນ​ທີ່​ສຸດ, ຄວາມ​ໝັ້ນ​ຄົງ​​ຂອງມະ​ນຸດ ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ສັງ​ຄົມ​ແມ່ນ​ຈຸດ​ໃຈ​ກາງ​ຂອງ​ທຸກ​ນະ​ໂຍ​ບາຍປ້ອງ​ກັນ​ຄວາມ​ສະ​ຫງົບ.

(ແຫຼ໋ງຄັດຈາກ VOV)

ເລີ່ມ​ລົງ​ມື​ກໍ່​ສ້າງ​ສຳ​ນັກ​ງານ​ສູນ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ອິນ​ເຕີ​ເນັດ ຢູ່​ພາກ​ພື້ນ ອາ​ຊີ ປາ​ຊີ​ຟິກ

ເລີ່ມ​ລົງ​ມື​ກໍ່​ສ້າງ​ສຳ​ນັກ​ງານ​ສູນ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ອິນ​ເຕີ​ເນັດ ຢູ່​ພາກ​ພື້ນ ອາ​ຊີ ປາ​ຊີ​ຟິກ

ທ່ານ​ນາງ Delphine Schantz ຜູ້​ຕາງ​ໜ້າ​ອົງ​ການ​ຕ້ານ​ອາດ​ຊະ​ຍາ​ກຳ​ອິນ​ເຕີ​ເນັດ ສ​ປ​ຊ (UNODC), ຊີ້​ໃຫ້​ເຫັນ​ວ່າ ເຫດ​ການ​ໄດ້ສ້າງ​ຂີດ​ໝາຍ​ສຳ​ຄັນ​ບໍ່​ພຽງ​ແຕ່​ສຳ​ລັບ ຫວຽດ​ນາມ​ເທົ່າ​ນັ້ນ​ຫາກ​ຍັງ​ສຳ​ລັບ​ທົ່ວ​ພາກ​ພື້ນ​ອີກ​ດ້ວຍ.

Top