ຕອນເຊົ້າວັນທີ 11 ກໍລະກົດ, ຢູ່ຮ່າໂນ້ຍ, ຄະນະພັກຕຳຫຼວດສູນກາງ, ກະຊວງຕຳຫຼວດໄດ້ຈັດພິທີສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ (12/7/1946 - 12/7/2026).
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມປະດັບ ຫຼຽນກາດາວຄຳໃຫ້ກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ (ພາບ: VNA)
ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳທີ່ພິທີ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ,ປະທານປະເທດ ໂຕເລິມ ໄດ້ເຊີດຊູບັນດາຜົນງານ, ການປະກອບສ່ວນຂອງກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ ໃນພາລະກິດແຫ່ງການປ້ອງກັນຄວາມສະຫງົບ ແຫ່ງຊາດ ແລະ ການສ້າງສາ, ປົກປັກຮັກສາປະເທດຊາດ. ຕໍ່ໜ້າສະພາບການໂລກ ແລະ ພາກພື້ນມີການຜັນແປທີ່ສັບສົນ, ກໍ່ຄືບັນດາສິ່ງທ້າທາຍຕໍ່ຄວາມສະຫງົບແບບໃໝ່, ທ່ານເລຂາທິການໃຫຍ່, ປະທາປນະເທດ ຮຽກຮ້ອງໃຫ້ກຳລັງປ້ອງກັນຄວາມສະຫງົບປະຊາຊົນປ່ຽນແປງຈິນຕະນາການ ແລະ ວິທີການປ້ອງກັນຄວາມສະຫງົບແຫ່ງຊາດຢ່າງແຮງ. ທ່ານໃຫ້ຮູ້ວ່າ:
ຄວາມໝັ້ນຄົງ ໃນສັງກາດໃໝ່ຕ້ອງມີຄວາມເປັນເຈົ້າການ, ບໍ່ພຽງແຕ່ປົກປ້ອງພັກ, ລັດ, ປະຊາຊົນ, ລະບອບ, ລະບອບລະບຽບການ ແລະ ອະທິປະໄຕແຫ່ງຊາດຕໍ່ໜ້າບັນດາໄພນາບຂູ່ເທົ່ານັ້ນ ຫາກຍັງຕ້ອງເປີດກວ້າງການປົກປ້ອງບັນດາປັດໄຈສ້າງຂຶ້ນກຳລັງຄວາມສາມາດໃນການແກ້ງແຍ້ງ ແລະ ພັດທະນາປະເທດຊາດ, ຮັບປະກັນການເຄື່ອນໄຫວເປັນປົກກະຕິຂອງທົ່ວລະບົບເສດຖະກິດ, ສັງຄົມ, ເຕັກໂນໂລຢີ; ດ້ວຍຄວາມໝັ້ນຄົງລະບອບລະບຽບການ, ຄວາມໝັ້ນຄົງໃນການກຳອຳນາດແມ່ນສຳຄັນທີ່ສຸດ, ຄວາມໝັ້ນຄົງຂອງມະນຸດ ແລະ ຄວາມໄວ້ເນື້ອເຊື່ອໃຈສັງຄົມແມ່ນຈຸດໃຈກາງຂອງທຸກນະໂຍບາຍປ້ອງກັນຄວາມສະຫງົບ.