ພິທີໂຮມຊຸມຊຸມມິດຕິງ, ເດີນຂະບວນຕອບສະໜອງວັນປະຊາກອນໂລກ ວັນທີ 11 ກໍລະກົດ 2026 ດ້ວຍຫົວຂໍ້ “ຮ່ວມແຮງຮ່ວມໃຈຫັນຄວາມຄາດຫວັງຂອງຊາວໜຸ່ມໃຫ້ປະກົດຜົນເປັນຈິງງເພື່ອອະນາຄົດທີ່ສົດໃສ” ໄດ້ດຳເນີນໃນຕອນເຊົ້າວັນທີ 10 ກໍລະກົດ ຢູ່ແຂວງ ຮຶງອຽນ.
ບັນຍາກາດໃນພິທີ. (ພາບ: VNA)
ເມື່ອກ່າວຄຳເຫັນທີ່ພິທີ, ທ່ານ ໂດະຊວັນຕວຽນ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ຮູ້ວ່າ:
“ເພື່ອໃຫ້ຊາວໜຸ່ມເສີມຂະຫຍາຍໄດ້ກຳລັງຄວາມສາມາດຂອງຕົນ, ປະຕິບັດບັນດາທາງເລືອກຂອງຕົນ ແລະ ມີການເຂົ້າຮ່ວມຢ່າງຄົບຖ້ວນໃນຊີວິດສັງຄົມ; ຮັບປະກັນສິດເຂົ້າເຖິງການບໍລິການສົ່ງເສີມສຸຂະພາບຈະເລີນພັນຢ່າງຄົບຖ້ວນ, ຍຸຕິທຳ ແລະ ບໍ່ມີການຈຳແນກການປະພຶດ ແມ່ນເງື່ອນໄຂແກ່ນສານເພື່ອໃຫ້ແຕ່ລະປະເທດເສີມຂະຫຍາຍກຳລັງຄວາມສາມາດປະຊາຊົນຢ່າງມີປະສິດທິຜົນ ແລະ ຮັບປະກັນການພັດທະນາຢ່າງວ່ອງໄວ ແລະ ຍືນຍົງໃນອະນາຄົດ”.
ທີ່ພິທີ, ຜູ້ຕາງໜ້າ ສປຊ ປະຈຳ ຫວຽດນາມ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ເຂົ້າໃນການສ້າງບັນດານະໂຍບາຍປະຊາກອນ ແລະ ພັດທະນາອີງຕາມສິດ ແລະ ການຄັດເລືອກຂອງປະຊາຊົນ.
(ແຫຼ໋ງຄັດຈາກ VOV)