• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເຂົ້າ​ຮ່ວມ​ພິ​ທີ​ເຊີດ​ຊູ​ຄະ​ນະ​ປະ​ຕິ​ບັດ​ການ​ໜູນ​ຊ່ວຍ​ເວ​ເນ​ຊູ​ເອ​ລາ ແກ້​ໄຂ​ຜົນ​​ຮ້າຍ​ຢ້ອນຫຼັງ​ຈາກ​ເຫດ​ແຜ່ນ​ດິນ​ໄຫວ

ຫວຽດ​ນາມ​ໃນ​ປັດ​ຈຸ​ບັນ, ດ້ວຍ​ຖາ​ນະ​ບົດ​ບາດ ແລະ ຄວາມ​ສາ​ມາດ​ໃໝ່, ຍາມ​ໃດ​ກໍ່​ເປັນ​ເຈົ້າ​ການ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ປະ​ກອບ​ສ່ວນ​ເຂົ້າໃນ​ບັນ​ດາ​ບັນ​ຫາ​ລວມ​ຂອງມວນ​ມະ​ນຸດ.

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ຊົມເຊີຍຄະນະປະຕິບັດງານຂອງກອງທັບປະຊາຊົນ ຫວຽດນາມ ແລະ ຕຳຫຼວດປະຊາຊົນ ຫວຽດນາມ ທີ່ໄດ້ຊ່ວຍເຫຼືອ ເວເນຊູເອລາໃນການແກ້ໄຂບັນຫາຜົນສະທ້ອນຈາກແຜ່ນດິນໄຫວ. ພາບ: VNA

ຕອນ​ເຊົ້າ​ວັນ​ທີ 11 ກໍ​ລະ​ກົດ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ (ຮ່າ​ໂນ້ຍ), ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເຊີດ​ຊູ, ຍ້ອງ​ຍໍ​ມອບ​ລາງວັນ​ໃຫ້​ຄະ​ນະ​ປະ​ຕິ​ບັດ​ງານກອງ​ທັບ​ປະ​ຊາ​ຊົນ, ຕຳຫຼວດ​ປະ​ຊາ​ຊົນ​ເຂົ້າ​ຮ່ວມ​ການ​ໜູນ​ຊ່ວຍໃນ​ເຫດ​ແຜ່ນ​ດິນ​ໄຫວ​ຢູ່​ເວ​ເນ​ຊູ​ເອ​ລາ, ໄດ້​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ກັບ​ເມືອ​ປະ​ເທດ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຊີ​ດ​ຊູ​ຄະ​ນະ​ປະ​ຕິ​ບັດ​ງານ, ຢັ້ງ​ຢືນ ຫວຽດ​ນາມ​ໃນ​ປັດ​ຈຸ​ບັນ, ດ້ວຍ​ຖາ​ນະ​ບົດ​ບາດ ແລະ ຄວາມ​ສາ​ມາດ​ໃໝ່, ຍາມ​ໃດ​ກໍ່​ເປັນ​ເຈົ້າ​ການ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ປະ​ກອບ​ສ່ວນ​ເຂົ້າໃນ​ບັນ​ດາ​ບັນ​ຫາ​ລວມ​ຂອງມວນ​ມະ​ນຸດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ ໄພ​ພິ​ບັດ​ຜ່ານ​ໄປ​ແລ້ວ, ແຕ່​ຂີດ​ໝາຍ​ກ່ຽວ​ກັບ​ນັກ​ຮົບ​ກູ້​ໄພ​ກູ້​ຊີບ​ທີ່​ກ້າ​ຫານ, ເປັນ​ມື​ອາ​ຊີບ ແລະ ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ຄວາມ​ຮັກ​ແພງ​ຂອງ ຫວຽດ​ນາມ ຍາມ​ໃດ​ກໍ່​ຢູ່​ໃນ​​ດວງໃຈ​ຂອງ​ປະ​ຊາ​ຊົນ ເວ​ເນ​ຊູ​ເອ​ລາ ແລະ ເພື່ອນ​ມິດ​ສາ​ກົນ, ພິ​ສູດ​ໃຫ້​ເຫັນ ຫວຽດ​ນາມ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ມີ​ຄຸນ​ນະ​ທາດ ແລະ ຍາມ​ໃດ​ກໍ່​ມີ​ຄວາມ​ຮັບ​ຜິດ​ຊອບ ຕໍ່​ປະ​ຊາ​ຄົມ. ທ່ານ​ໃຫ້​ຮູ້​ວ່າ:

ກຳ​ລັງ​ແຮງ​ຂອງ​ປະ​ເທດ​ຊາດ​ບໍ່​ພຽງ​ແຕ່​​ຖືກວັດ​ແທກ​ດ້ວຍ​ຂອບ​ຂະ​ໜາດ​ເສດ​ຖະ​ກິດ, ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ, ລະ​ດັບ​ເຕັກ​ໂນ​ໂລ​ຢີ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ວັດ​ແທກ​ດ້ວຍ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ປະ​ຊາ​ຄົມ​ສາ​ກົນ. ພວກ​ເຮົາ​ຕ້ອງ​ສ້າງ​ຫວຽດ​ນາມ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແຕ່​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ຄວາມ​ຮັກ​ແພງ, ມີ​ຄຸນ​ນະ​ທາດ ແຕ່​ປ່ອງ​ດອງ, ພັດ​ທະ​ນາ ​ມີ​ຄວາມ​ຮັບ​ຜິດ​ຊອບ, ເຊື່ອມ​ໂຍງ​ຢ່​າງ​ເລິກ​ເຊິ່ງກວ້າງ​ຂວາງ ແຕ່​ຍັງ​ຮັກ​ສາ​ສີ​ສັນ​ຊາດຢ່າງ​ໝັ້ນ​ແກ່ນ.

ກ່ອນໜ້າ​ນັ້ນ, ຕອນ​ເຊົ້​າ​ວັນ​ທີ 11 ກໍ​ລະ​ກົດ, ຄະ​ນ​ະ​ກຳ​ລັງໜູນ​ຊ່ວຍ​ກູ້​ໄພ​ກູ້​ຊີບ​ຂອງ ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ແລະ ຕຳຫຼວດ​ປະ​ຊາ​ຊົນ ຫວຽດ​ນາມ​ໄດ້​ກັບ​ເມືອ​ປະ​ເທດ​ຢ່າງ​ປອດ​ໄພ, ປະ​ຕິ​ບັດ​ສຳ​ເລັດ​ພາ​ລະ​ກິດ​ມະ​ນຸດ​ສະ​ທຳ​ໜູນ​ຊ່ວຍ​ເວ​ເນ​ຊູ​ເອ​ລາ ແກ້​ໄຂ​ຜົນ​ຕາມ​ມາ​ຈາກ​ເຫດ​ແຜນ​ດິນ​ໄຫວ​ທີ່​ເກີດ​ຂຶ້ນ​ໃນ​ວັນ​ທີ 24 ມິ​ຖຸ​ນາ​ຢ່າງ​ຈົບ​ງາມ, ປະ​ກອບ​ສ່ວນ​ຍົກ​ສູ​ງ​ອິດ​ທິ​ພົນ​ຊື່​ສຽງ, ຖາ​ນະ​ບົດ​ບາດ​ຂອງ ຫວຽດ​ນາມ ໃນ​ບັນ​ດາ​ການ​ເຄື່ອ​ນ​ໄຫວ​ຮັບ​ມື​ກັບ​ວິ​ນາດ​ຕະ​ກຳ​ທົ່ວ​ໂລກ. ຄະ​ນະ​ກູ້​ໄພ​ກູ້​ຊີບ ຫວ​ຽດ​ນາມ ເຂົ້າ​ຮ່ວມ​ການ​ແກ້​ໄຂ​ຜົນ​ຕາມ​ມາ​ຈາກ​ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ ມີ 124 ຄົນ, ລວມ​ມີ​ກຳ​ລັງ​ທະ​ຫານ ແລະ ຕຳຫຼວດ. ນັບ​ແຕ່​ວັນ​ທີ 29 ມິ​ຖຸ​ນາ ຫາ​ວັນ​ທີ 6 ກໍ​ລະ​ກົດ, ຄະ​ນະ​ໄດ້​ຈັດ​ຕັ້ງ​ການ​ຊອກ​ຫາ ແລະ ມອບ​ຊາກ​ສົບຜູ້​ປະ​ສົບ​ເຄາະ​ຮ້າຍ 57 ອັດ​ຖິໃຫ້​ແກ່​ຄອບ​ຄົວ ແລະ ອຳ​ນາດ​ການ​ປົກ​ຄອງ​ປະ​ຈຳ​ຖິ່ນ, ພ້ອມ​ທັງ​ທີ່​ສະ​ຖານ​ທີ່​ເກີດ​ເຫດ​ມີ​ໄດ້​ສ້າງ​ສຸກ​ສາ​ລາ 1 ແຫ່ງ​ເພື່ອກວດປິ່ນ​ປົວ​ພະ​ຍາດ, ແຈ​ກ​ຢາຍ​ຢຸກ​ຢາ​ໃຫ້​ແກ່​ປະ​ຊາ​ຊົນ ແລະ ກຳ​ລັງ​ກູ້​ໄພ​ກູ້​ຊີບ​ບັນດາ​ປະ​ເທດ.

(ແຫຼ໋ງຄັດຈາກ VOV)

ເລີ່ມ​ລົງ​ມື​ກໍ່​ສ້າງ​ສຳ​ນັກ​ງານ​ສູນ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ອິນ​ເຕີ​ເນັດ ຢູ່​ພາກ​ພື້ນ ອາ​ຊີ ປາ​ຊີ​ຟິກ

ເລີ່ມ​ລົງ​ມື​ກໍ່​ສ້າງ​ສຳ​ນັກ​ງານ​ສູນ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ອິນ​ເຕີ​ເນັດ ຢູ່​ພາກ​ພື້ນ ອາ​ຊີ ປາ​ຊີ​ຟິກ

ທ່ານ​ນາງ Delphine Schantz ຜູ້​ຕາງ​ໜ້າ​ອົງ​ການ​ຕ້ານ​ອາດ​ຊະ​ຍາ​ກຳ​ອິນ​ເຕີ​ເນັດ ສ​ປ​ຊ (UNODC), ຊີ້​ໃຫ້​ເຫັນ​ວ່າ ເຫດ​ການ​ໄດ້ສ້າງ​ຂີດ​ໝາຍ​ສຳ​ຄັນ​ບໍ່​ພຽງ​ແຕ່​ສຳ​ລັບ ຫວຽດ​ນາມ​ເທົ່າ​ນັ້ນ​ຫາກ​ຍັງ​ສຳ​ລັບ​ທົ່ວ​ພາກ​ພື້ນ​ອີກ​ດ້ວຍ.

Top