• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄ່ຳ​ຄືນ​ຮອບ​ຊິງ​ຊະ​ນະ​ເລີດ DIFF 2026: ດ່າ​ນັ້ງ​ຢັ້ງ​ຢືນ​ກຳ​ລັງ​ດຶງ​ດູດ​ຂອງ​ນະ​ຄອນ​ແຫ່ງວັນ​ບຸນ​ລະ​ດັບ​ສາ​ກົນ

ຜ່ານ​ວັນ​ບຸນ​ຍິງ​ບັ້ງ​ໄຟ​ດອກ​ສາ​ກົນ ດ່າ​ນັ້ງ 2026, ດ່າ​ນັ້ງ​ອີກ​ຄັ້ງ​ໜຶ່ງ​ຢັ້ງ​ຢືນ​ກຳ​ລັງ​ດຶງ​ດູດ​ຂອ​ງ​ນະ​ຄອນ​ວັນ​ບຸນ​ລະ​ດັບ​ສາ​ກົນ, ບ່ອນ​ສະ​ແດງ​ສິ​ລະ​ປະ, ການ​ທ່ອງ​ທ່ຽວ ແລະ ຄວາມ​ຫວັງ​ເຊື່ອມ​ໂຍງ​ພ້ອມ​ກັນ​ປະ​ກາຍ​ແຈ້ງ, ຖື​ກ​ຕ້ອງ​ກັບ​ຫົວ​ຂໍ້​ຂອງ​ການ​ແຂ່ງ​ຂັນ “ຂອບ​ຟ້າ​ແຫ່ງ​ການ​ເຊື່ອມ​ໂຍງ”.

ການສະແດງຂອງທີມ ສປ ຈີນໃນຮອບຊີງຊະນະເລີດຂອງງານ DIFF 2026. ພາບ: ແທງຢາງ/VNP

ຕອນ​ຄ່ຳ​ວັນ​ທີ 11 ກໍ​ລະ​ກົດ, ວັນ​ບຸນ​ຍິງ​ບັ້ງ​ໄຟ​ດ​ອກ​ສາ​ກົນ ດ່າ​ນັ້ງ 2026 ໄດ້​ກ້າວ​ເຂົ້າ​ສູ່ຄຳ​ຄືນ​ຊີງ​ຊະ​ນະ​ເລີດ ເຊິ່ງໄດ້ອັດການ​ແຂ່ງ​ຂັນ​ທີ່​ດຳ​ເນີນ​ໃນ​ເວ​ລາກວ່າ 1 ເດືອນ​. ສອງ​ທິມ​ເຂັ້ມ​ແຮງ​ທີ່​ສຸດ​ແມ່ນ ຈີນ ແລະ ໂປ​ໂຕ​ແກັດ ໄດ້​ກຽມ​ພ້ອມ​ໃຫ້​ແກ່​ບັນ​ດາ​ລາຍ​ການ​ສະ​ແດງ​ທີ່​ພິ​ຖິ​ພິ​ຖັນ​ທີ່​ສຸດ​ຂອງ​ການ​ແຂ່ງ​ຂັນ. ທ່ານ ຫົວ​ໜ້າ​ທິມ​ໂປ​ໂຕ​ເກດ Manuel Machado Da Silva Macedo ແບ່ງ​ປັນ​ວ່າ:

ພວກ​ຂ້​າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ທົ່ວ​ໂລກ, ສິ​ລະ​ປະ​ຍິງ​ບັ້ງ​ໄຟ​ດອກ​ຍາມ​ໃດ​ກໍ່​ມີ​ກຳ​ລັງ​ດຶງ​ດູດ​ໃຈ ທຸກ​ຄົນ​ໃນ​ທຸກ​ເກນ​ອາ​ຍຸ, ນັບ​ແຕ່​ເດັກ​ນ້ອຍ​ຕະຫຼອດ​ຮອດ​ຜູ້​​ໃຫຍ່ ແລະ ຜູ້​ໃດ​ກໍ່​ມີ​ຄວາມ​ຕ້ອງ​ການ​ຮັບ​ຊົມ​ບັນ​ດາ​ລາຍ​ການ​ສະ​ແດງ​ນັ້ນ. ພິ​ເສດ, ສຳ​ລັບ​ດ່າ​ນັ້ງ, ນີ້​ແມ່ນ​ບາດ​ກ້າວ​ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ​ເພື່ອ​ປະ​ກອບ​ສ່ວນ​ປັບ​ປຸງ​ຖາ​ນະ​ບົດ​ບາດ​ຂອງ​ນະ​ຄອ​ນ, ຈາກ​ທີ່​ຕັ້ງ​ເຕັ້ມ​ໄປ​ດ້ວຍ​ຄວາມ​ສາ​ມາດ​ບ່​ົມ​ຊ້ອນ​ໃນ​ອະ​ນ​າ​ຄົດ​ເພື່ອ​ກາຍ​ເປັນ​ນະ​ຄອນຫຼວງ​ຂອງ​ບັນ​ດາ​ວັນ​ບຸນ​ຍິງ​ບັ້ງ​ໄຟ​ດອກ​ໃນ​ທົ່ວ​ໂລກ.

ຜ່ານ​ວັນ​ບຸນ​ຍິງ​ບັ້ງ​ໄຟ​ດອກ​ສາ​ກົນ ດ່າ​ນັ້ງ 2026, ດ່າ​ນັ້ງ​ອີກ​ຄັ້ງ​ໜຶ່ງ​ຢັ້ງ​ຢືນ​ກຳ​ລັງ​ດຶງ​ດູດ​ຂອ​ງ​ນະ​ຄອນ​ວັນ​ບຸນ​ລະ​ດັບ​ສາ​ກົນ, ບ່ອນ​ສະ​ແດງ​ສິ​ລະ​ປະ, ການ​ທ່ອງ​ທ່ຽວ ແລະ ຄວາມ​ຫວັງ​ເຊື່ອມ​ໂຍງ​ພ້ອມ​ກັນ​ປະ​ກາຍ​ແຈ້ງ, ຖື​ກ​ຕ້ອງ​ກັບ​ຫົວ​ຂໍ້​ຂອງ​ການ​ແຂ່ງ​ຂັນ “ຂອບ​ຟ້າ​ແຫ່ງ​ການ​ເຊື່ອມ​ໂຍງ”.

(ແຫຼ່ງຄັດຈາກ VOV)

ເລີ່ມ​ລົງ​ມື​ກໍ່​ສ້າງ​ສຳ​ນັກ​ງານ​ສູນ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ອິນ​ເຕີ​ເນັດ ຢູ່​ພາກ​ພື້ນ ອາ​ຊີ ປາ​ຊີ​ຟິກ

ເລີ່ມ​ລົງ​ມື​ກໍ່​ສ້າງ​ສຳ​ນັກ​ງານ​ສູນ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ອິນ​ເຕີ​ເນັດ ຢູ່​ພາກ​ພື້ນ ອາ​ຊີ ປາ​ຊີ​ຟິກ

ທ່ານ​ນາງ Delphine Schantz ຜູ້​ຕາງ​ໜ້າ​ອົງ​ການ​ຕ້ານ​ອາດ​ຊະ​ຍາ​ກຳ​ອິນ​ເຕີ​ເນັດ ສ​ປ​ຊ (UNODC), ຊີ້​ໃຫ້​ເຫັນ​ວ່າ ເຫດ​ການ​ໄດ້ສ້າງ​ຂີດ​ໝາຍ​ສຳ​ຄັນ​ບໍ່​ພຽງ​ແຕ່​ສຳ​ລັບ ຫວຽດ​ນາມ​ເທົ່າ​ນັ້ນ​ຫາກ​ຍັງ​ສຳ​ລັບ​ທົ່ວ​ພາກ​ພື້ນ​ອີກ​ດ້ວຍ.

Top