• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລີ່ມ​ລົງ​ມື​ກໍ່​ສ້າງ​ສຳ​ນັກ​ງານ​ສູນ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ອິນ​ເຕີ​ເນັດ ຢູ່​ພາກ​ພື້ນ ອາ​ຊີ ປາ​ຊີ​ຟິກ

ທ່ານ​ນາງ Delphine Schantz ຜູ້​ຕາງ​ໜ້າ​ອົງ​ການ​ຕ້ານ​ອາດ​ຊະ​ຍາ​ກຳ​ອິນ​ເຕີ​ເນັດ ສ​ປ​ຊ (UNODC), ຊີ້​ໃຫ້​ເຫັນ​ວ່າ ເຫດ​ການ​ໄດ້ສ້າງ​ຂີດ​ໝາຍ​ສຳ​ຄັນ​ບໍ່​ພຽງ​ແຕ່​ສຳ​ລັບ ຫວຽດ​ນາມ​ເທົ່າ​ນັ້ນ​ຫາກ​ຍັງ​ສຳ​ລັບ​ທົ່ວ​ພາກ​ພື້ນ​ອີກ​ດ້ວຍ.

ວັນ​ທີ 10 ກໍ​ລະ​ກົດ, ຢູ່​ເຂດ​ອຸດ​ສາ​ຫະ​ກຳເຕັກ​ໂນ​ໂລ​ຢີສູງ ຮ​ວ່າ​ລາກ, ຮ່າ​ໂນ້ຍ, ​ກະ​ຊວງ​ຕຳຫຼວດ​ຈັດ​ພິ​ທີ​ເລີ່ມ​ລົງ​ສື​ກໍ່​ສ້າງ​ສຳ​ນັກ​ງານ​ສູນ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ອິນ​ເຕີ​ເນັດ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ. ນີ້​ແມ່ນ​ເຫດ​ການ​ມີ​ຄວາມ​ໝາຍ​ສຳ​ຄັ​ນ​ພິ​ເສດ, ສ້າງ​ບາດ​ກ້າວ​ແທ້​ຈິງ​ໃນ​ການ​ຜັນ​ຂະ​ຫຍາຍ​ສົນ​ທິ​ສັນ​ຍາ​ຂອງ ສ​ປ​ຊ ກ່ຽວ​ກັບ​ການ​ຕ້ານ​ອາດ​ຊະ​ຍາ​ກຳ​ອິນ​ເຕີ​ເນັດ, ພ້ອມ​ທັງ​ຢັ້ງ​ຢືນ​ຄວາມ​ຕັດ​ສິນ​ໃຈ​ຂອງ ຫວຽດ​ນາມ​ໃນ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ, ຮ່ວ​ມ​ແຮງ​ຮ່ວມໃຈ​ສ້າງ​​ລະ​ບົບອິນ​ເຕີ​ເນັດ​ປອດ​ໄພ, ມີ​ຄວາມ​ໝັ້ນ​ຄົງ, ໄວ້​ເນື້ອ​ເຊື່ອ​ໃຈ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ.

ທີ່​ພິ​ທີ, ທ່ານ​ນາງ Delphine Schantz ຜູ້​ຕາງ​ໜ້າ​ອົງ​ການ​ຕ້ານ​ອາດ​ຊະ​ຍາ​ກຳ​ອິນ​ເຕີ​ເນັດ ສ​ປ​ຊ (UNODC), ຊີ້​ໃຫ້​ເຫັນ​ວ່າ ເຫດ​ການ​ໄດ້ສ້າງ​ຂີດ​ໝາຍ​ສຳ​ຄັນ​ບໍ່​ພຽງ​ແຕ່​ສຳ​ລັບ ຫວຽດ​ນາມ​ເທົ່າ​ນັ້ນ​ຫາກ​ຍັງ​ສຳ​ລັບ​ທົ່ວ​ພາກ​ພື້ນ​ອີກ​ດ້ວຍ. ການ​ສ້າງ​ສູນ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ອິນ​ເຕີ​ເນັດ​ພາກ​ພື້ນ ອາ​ຊີ - ປ​າ​ຊີ​ຟິກ ສ່ອງ​ແສງ​ຄຳ​ໝັ້ນ​ສັ​ນ​ຍາ​ຢ່າງ​ແຮງ​ຂອງ ຫວຽດ​ນາມ ໃນ​ການ​ປ້ອງ​ການ, ຕ້ານ​ອາ​ດ​ຊະ​ຍາ​ກຳ, ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ຮັບ​ມື ແລະ ປະ​ກອບ​ສ່ວນ​ເຂົ້າ​ໃນ​ ຄວາມ​ໝັ້ນ​ຄົງ ພາກ​ພື້ນ.

(ແຫຼ່ງຄັດຈາກ VOV)

ຄ່ຳ​ຄືນ​ຮອບ​ຊິງ​ຊະ​ນະ​ເລີດ DIFF 2026: ດ່າ​ນັ້ງ​ຢັ້ງ​ຢືນ​ກຳ​ລັງ​ດຶງ​ດູດ​ຂອງ​ນະ​ຄອນ​ແຫ່ງວັນ​ບຸນ​ລະ​ດັບ​ສາ​ກົນ

ຄ່ຳ​ຄືນ​ຮອບ​ຊິງ​ຊະ​ນະ​ເລີດ DIFF 2026: ດ່າ​ນັ້ງ​ຢັ້ງ​ຢືນ​ກຳ​ລັງ​ດຶງ​ດູດ​ຂອງ​ນະ​ຄອນ​ແຫ່ງວັນ​ບຸນ​ລະ​ດັບ​ສາ​ກົນ

ຜ່ານ​ວັນ​ບຸນ​ຍິງ​ບັ້ງ​ໄຟ​ດອກ​ສາ​ກົນ ດ່າ​ນັ້ງ 2026, ດ່າ​ນັ້ງ​ອີກ​ຄັ້ງ​ໜຶ່ງ​ຢັ້ງ​ຢືນ​ກຳ​ລັງ​ດຶງ​ດູດ​ຂອ​ງ​ນະ​ຄອນ​ວັນ​ບຸນ​ລະ​ດັບ​ສາ​ກົນ, ບ່ອນ​ສະ​ແດງ​ສິ​ລະ​ປະ, ການ​ທ່ອງ​ທ່ຽວ ແລະ ຄວາມ​ຫວັງ​ເຊື່ອມ​ໂຍງ​ພ້ອມ​ກັນ​ປະ​ກາຍ​ແຈ້ງ, ຖື​ກ​ຕ້ອງ​ກັບ​ຫົວ​ຂໍ້​ຂອງ​ການ​ແຂ່ງ​ຂັນ “ຂອບ​ຟ້າ​ແຫ່ງ​ການ​ເຊື່ອມ​ໂຍງ”.

Top