ທ່ານນາງ Delphine Schantz ຜູ້ຕາງໜ້າອົງການຕ້ານອາດຊະຍາກຳອິນເຕີເນັດ ສປຊ (UNODC), ຊີ້ໃຫ້ເຫັນວ່າ ເຫດການໄດ້ສ້າງຂີດໝາຍສຳຄັນບໍ່ພຽງແຕ່ສຳລັບ ຫວຽດນາມເທົ່ານັ້ນຫາກຍັງສຳລັບທົ່ວພາກພື້ນອີກດ້ວຍ.
ວັນທີ 10 ກໍລະກົດ, ຢູ່ເຂດອຸດສາຫະກຳເຕັກໂນໂລຢີສູງ ຮວ່າລາກ, ຮ່າໂນ້ຍ, ກະຊວງຕຳຫຼວດຈັດພິທີເລີ່ມລົງສືກໍ່ສ້າງສຳນັກງານສູນປ້ອງກັນ, ຕ້ານອາດຊະຍາກຳອິນເຕີເນັດພາກພື້ນ ອາຊີ - ປາຊີຟິກ. ນີ້ແມ່ນເຫດການມີຄວາມໝາຍສຳຄັນພິເສດ, ສ້າງບາດກ້າວແທ້ຈິງໃນການຜັນຂະຫຍາຍສົນທິສັນຍາຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳອິນເຕີເນັດ, ພ້ອມທັງຢັ້ງຢືນຄວາມຕັດສິນໃຈຂອງ ຫວຽດນາມໃນການເພີ່ມທະວີການຮ່ວມມືສາກົນ, ຮ່ວມແຮງຮ່ວມໃຈສ້າງລະບົບອິນເຕີເນັດປອດໄພ, ມີຄວາມໝັ້ນຄົງ, ໄວ້ເນື້ອເຊື່ອໃຈ ແລະ ພັດທະນາແບບຍືນຍົງ.
ທີ່ພິທີ, ທ່ານນາງ Delphine Schantz ຜູ້ຕາງໜ້າອົງການຕ້ານອາດຊະຍາກຳອິນເຕີເນັດ ສປຊ (UNODC), ຊີ້ໃຫ້ເຫັນວ່າ ເຫດການໄດ້ສ້າງຂີດໝາຍສຳຄັນບໍ່ພຽງແຕ່ສຳລັບ ຫວຽດນາມເທົ່ານັ້ນຫາກຍັງສຳລັບທົ່ວພາກພື້ນອີກດ້ວຍ. ການສ້າງສູນປ້ອງກັນ, ຕ້ານອາດຊະຍາກຳອິນເຕີເນັດພາກພື້ນ ອາຊີ - ປາຊີຟິກ ສ່ອງແສງຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ໃນການປ້ອງການ, ຕ້ານອາດຊະຍາກຳ, ເພີ່ມທະວີຄວາມສາມາດຮັບມື ແລະ ປະກອບສ່ວນເຂົ້າໃນ ຄວາມໝັ້ນຄົງ ພາກພື້ນ.