ຂ່າວສານ
ເພີ່ມທະວີການປະສານສົມທົບ, ນຳການຮ່ວມມື ແມ່ນ້ຳຂອງ - ລ້ານຊ້າງ ຂຶ້ນສູ່ລະດັບສູງໃໝ່
ໃນການສົນທະນາ, ທ່ານ ບຸ່ຍແທັງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ສະເໜີໃຫ້ສອງຝ່າຍສືບຕໍ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຄ້າ, ຊຸກຍູ້ການຮ່ວມມືວິທະຍາສາດເຕັກໂນໂລຢີກາຍເປັນຈຸດພົ້ນເດັ່ນໃໝ່; ຍົກສູງຄຸນນະພາບ, ປະສິດທິຜົນການຮ່ວມມືໃນບັນດາຂົງເຂດ, ໃນນັ້ນ, ໃຫ້ບຸລິມະສິດແຖວໜ້າການຮ່ວມມືທາງລົດໄຟ, ລົງມືກໍ່ສ້າງເສັ້ນທາງລົດໄຟ ລາວກາຍ - ຮ່າໂນ້ຍ -ຫາຍຟ່ອງ ໃນປີ 2025… ທ່ານຢັ້ງຢືນວ່າ ຫວຽດນາມ ຖືການຮ່ວມມືແມ່ຂອງ - ລ້ານຊ້າງ ເປັນສຳຄັນ; ສະເໜີໃຫ້ບັນດາຝ່າຍເພີ່ມທະວີການຮ່ວມມືຄຸ້ມຄອງແຫຼ່ງຊັບພະຍາກອນນ້ຳ ແມ່ນ້ຳຂອງ - ລ້ານຊ້າງ ແບບຍືນຍົງ ແລະ ປະສິດທິຜົນ.
ສ່ວນທ່ານລັດຖະມົນຕີການຕ່າງປະເທດ ຫວາງອີ ເນັ້ນໜັກວ່າ ຈີນ ກຽມພ້ອມທີ່ຈະສົມທົບກັນຢ່າງແໜ້ນແຟ້ນ ເພື່ອເປີດກວ້າງການນຳເຂົ້າສິນຄ້າຂອງ ຫວຽດນາມ, ຍູ້ແຮງການເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມ, ເພີ່ມທະວີການລົງທຶນທີ່ມີຄຸນນະພາບສູງ, ເປີດກວ້າງການຮ່ວມມືກ່ຽວກັບວິທະຍາສາດເຕັກໂນໂລຢີ, ປັນຍາປະດິດ, ເສດຖະກິດດີຈີຕອນ…
ກ່ຽວກັບບັນຫາຢູ່ທະເລ, ສອງຝ່າຍເຫັນດີຄວບຄຸມຄວາມບໍ່ລົງລອຍກັນໃຫ້ເປັນຢ່າງດີ, ຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ.