
ພິທີເປີດສະຫຼອງຫ້ອງການຂອງສຳນັກຂ່າວສານ Yonhap ພາກພື້ນອາຊີຕາເວັນອອກສ່ຽງໃຕ້ປະຈຳ ຮ່າໂນ້ຍ (ພາບ: TTXVN)
ຕາມ Yonhap ແລ້ວ, ຫ້ອງການນີ້ ຈະຮັບຜິດຊອບຂໍ້ມູນຂ່າວສານ ບໍ່ພຽງແຕ່ຢູ່ບັນດາປະເທດ ອາຊຽນ ເທົ່ານັ້ນ ຫາກທັງຂໍ້ມູນຂ່າວສານຂອງທົ່ວພາກພື້ນອາຊີຕາເວັນອອກສ່ຽງໃຕ້, ອາຊີກາງ ແລະ ທະວີບໂອເຊອານີອີກດ້ວຍ.
Yonhap ແມ່ນສຳນັກຂ່າວສານໜຶ່ງດຽວຂອງ ສ.ເກົາຫຼີ, ເຊິ່ງໄດ້ຮັບການສ້າງຕັ້ງໃນເດືອນ ທັນວາ 1980, ມີສຳນັກງານຕັ້ງຢູ່ ເຊີອູນ ດ້ວຍໜ້າທີ່ສະໜອງບັນດາບົດ, ຂ່າວຄາວພາຍໃນປະເທດ ແລະ ສາກົນ ພາຍໃຕ້ຮູບການສື່ມວນຊົນ, ໂທລະພາບ ແລະ ບັນດາຮູບແບບການສື່ສານຫລາຍປະເພດຢູ່ ສ.ເກົາຫຼີ. Yonhap ໄດ້ເຊັນຂໍ້ຕົກລົງຮ່ວມມືກັບສຳນັກຂ່າວສານຕ່າງປະເທດ 65 ແຫ່ງ.
(ແຫຼ່ງຄັດຈາກ VOV)