ຂ່າວສານ

ເປີດສະຫຼອງຫ້ອງການຂອງສຳນັກຂ່າວສານ Yonhap ພາກພື້ນອາຊີຕາເວັນອອກສ່ຽງໃຕ້ປະຈຳ ຮ່າໂນ້ຍ

      ວັນທີ 18 ເມສາ, ສຳນັກຂ່າວສານ Yonhap (ສ.ເກົາຫຼີ) ໄດ້ຈັດຕັ້ງພິທີເປີດສະຫຼອງຫ້ອງການຕາງໜ້າພາກພື້ນອາຊີຕາເວັນອອກສ່ຽງໃຕ້ປະຈຳ ຮ່າໂນ້ຍ. 

ພິທີເປີດສະຫຼອງຫ້ອງການຂອງສຳນັກຂ່າວສານ Yonhap ພາກພື້ນອາຊີຕາເວັນອອກສ່ຽງໃຕ້ປະຈຳ ຮ່າໂນ້ຍ (ພາບ: TTXVN)
      ຕາມ Yonhap ແລ້ວ, ຫ້ອງການນີ້ ຈະຮັບຜິດຊອບຂໍ້ມູນຂ່າວສານ ບໍ່ພຽງແຕ່ຢູ່ບັນດາປະເທດ ອາຊຽນ ເທົ່ານັ້ນ ຫາກທັງຂໍ້ມູນຂ່າວສານຂອງທົ່ວພາກພື້ນອາຊີຕາເວັນອອກສ່ຽງໃຕ້, ອາຊີກາງ ແລະ ທະວີບໂອເຊອານີອີກດ້ວຍ.
        Yonhap ແມ່ນສຳນັກຂ່າວສານໜຶ່ງດຽວຂອງ ສ.ເກົາຫຼີ, ເຊິ່ງໄດ້ຮັບການສ້າງຕັ້ງໃນເດືອນ ທັນວາ 1980, ມີສຳນັກງານຕັ້ງຢູ່ ເຊີອູນ ດ້ວຍໜ້າທີ່ສະໜອງບັນດາບົດ, ຂ່າວຄາວພາຍໃນປະເທດ ແລະ ສາກົນ ພາຍໃຕ້ຮູບການສື່ມວນຊົນ, ໂທລະພາບ ແລະ ບັນດາຮູບແບບການສື່ສານຫລາຍປະເພດຢູ່ ສ.ເກົາຫຼີ. Yonhap ໄດ້ເຊັນຂໍ້ຕົກລົງຮ່ວມມືກັບສຳນັກຂ່າວສານຕ່າງປະເທດ 65 ແຫ່ງ.
 (ແຫຼ່ງຄັດຈາກ VOV)
 


top