• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດລະບົດໃຫ້ຄຳປຶກສາການກວດ, ປິ່ນປົວພະຍາດທາງໄກ

      ຕອນເຊົ້າວັນທີ 18 ເມສາ, ຢູ່ຈຸດຖ່າຍທອດສົດຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີເປີດລະບົບໃຫ້ຄຳປຶກສາການກວດ, ປິ່ນປົວພະຍາດທາງໄກ ແລະ ໂປຼແກຼມ Bluezone ປົກປ້ອງຊຸມຊົມ, ປ້ອງກັນສະກັດກັ້ນໂລກລະບາດ Covid – 19.

ຮູບພາບການປິ່ນປົວພະຍາດອອນໄລຜ່ານລະບົດໃຫ້ຄຳປຶກສາການກວດ, ປິ່ນປົວພະຍາດ
(ພາບ: Laodong.vn) 
      ລາຍການໂດຍກະຊວງຖະແຫຼງຂ່າວ ແລະ ການສື່ສານ ແລະ ກະຊວງສາທາລະນະສຸກ ສົບທົບກັນຈັດຕັ້ງຂຶ້ນໂດຍມີການເຊື່ອມຕໍ່ຫຼາຍຈຸດຢູ່ກະຊວງສາທາລະນະສຸກ, ໂຮງໝໍແຫ່ງຕ່າງໆຢູ່ບັນດາທ້ອງຖິ່ນ.
        ລະບົບໃຫ້ຄຳປຶກສາການກວດ, ປິ່ນປົວພະຍາດທາງໄກ ໂດຍກຸ່ມບໍລິສັດໂທລະຄົມມະນາຄົມກອງທັບ (Viettel) ພັດທະນາ ເຊິ່ງຕອບສະໜອງໄດ້ຕາມຂໍ້ກຳນົດໃນການກວດ, ປິ່ນປົວພະຍາດທາງໄກຂອງ ກະຊວງສາທາລະນະສຸກຢ່າງຄົບຖ້ວນ.
        ກ່າວຄຳເຫັນທີພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກຢັ້ງຢືນວ່າ:
        ການນຳໃຊ້ການບໍລິການສາທາລະນະທາງອອນລາຍ, ກວດ, ປິ່ນປົວພະຍາດທາງໄກແມ່ນມີປະສິດທິຜົນທົບສອງ, ທົບສາມເທື່ອ ເຊິ່ງພວກເຮົາຕ້ອງໂຄສະນາ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການໃນການສະກັດກັ້ນໂລກລະບາດ, ການແຍກຫ່າງໃນສັງຄົມ, ເຊິ່ງມີຜົນປະໂຫຍດແມ່ນເປີດເຜີຍ, ໂປ່ງໃສ, ປະຕິຮູບລະບຽບການບໍລິຫານ, ຫຼຸດຜ່ອນຈຳນວນເອກະສານທີ່ສັບສົນລົງ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນເມື່ອຫຼຸດຜ່ອນຄ່າໃຊ້ຈ່າຍ. ດັ່ງນັ້ນ, ຕ້ອງເພີ່ມທະວີການແນະນຳໃຫ້ແກ່ປະຊາຊົນໃນການນຳໃຊ້ການບໍລິການສາທາລະນະທາງອອນລາຍ ແລະ ລະບົບການກວດ, ປິ່ນປົວພະຍາດທາງອອນລາຍ.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top