ວັນທີ 15 ມິຖຸນາ, ທີ່ສຳນັກງານສປຊ ຢູ່ນິກຢອກ, ອາເມລິກາ, ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ໄດ້ເປັນປະທານພິທີໄຂກອງປະຊຸມໃນຖານະຕຳແໜ່ງເປັນປະທານກອງປະຊຸມຄັ້ງທີ 35 ບັນດາປະເທດສະມາຊິກ ສົນທິສັນຍາກົດໝາຍວ່າດ້ວຍທະເລ (SPLOS 35) ແລະ ກ່າວຄຳເຫັນທີ່ວາລະປຶກສາຫາລືກ່ຽວກັບບົດລາຍງານຂອງສານສາກົນກ່ຽວກັບກົດໝາຍວ່າດ້ວຍທະເລ (ITLOS).
ກ່າວຄຳເຫັນໄຂກອງປະຊຸມ, ທ່ານຮອງລັດຖະມົນຕີ ຫງວຽນມິງຫວູ ເນັ້ນໜັກວ່າ ບັນດາປະເທດຄວນເພີ່ມທະວີການຮ່ວມມື ແລະ ລະດົມແຫຼ່ງກຳລັງຕື່ມອີກເພື່ອປົກປ້ອງມະຫາສະໝຸດແນໃສ່ຮັກສາທະເລແຫ່ງສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງ.
ທ່ານຮອງລັດຖະມົນຕີ ຫງວຽນມິງຫວູ ຮຽກຮ້ອງໃຫ້ບັນດາປະເທດສະມາຊິກສືບຕໍ່ປະຕິບັດສົນທິສັນຍາກົດໝາຍວ່າດ້ວຍທະເລ (UNCLOS) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ສະໜັບສະໜູນການເຄື່ອນໄຫວຂອງບັນດາອົງການທີ່ໄດ້ຮັບການສ້າງຕັ້ງຕາມສົນທິສັນຍາ, ປະສານສົມທົບກັນຮັບມືກັບບັນດາສິ່ງທ້າທາຍໃໝ່ບົນຈິດໃຈຮ່ວມມື, ເຄົາລົບນັບຖືເຊິ່ງກັນແລະກັນ ແລະ ມີເຈດຕະນາດີ.
ທີ່ການປຶກສາຫາລືກ່ຽວກັບບົດລາຍງານຂອງ ITLOS, ຫົວໜ້າຄະນະຫວຽດນາມ ຢັ້ງຢືນວ່າ ຄຸນຄ່າ ແລະ ບົດບາດຂອງ ITLOS ໃນການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ປະກອບສ່ວນອະທິບາຍ ແລະ ເຮັດແຈ້ງບັນດາຂໍ້ກຳນົດຂອງ UNCLOS, ສະແດງໃຫ້ເຫັນການສະໜັບສະໜູນບັນດາການເຄື່ອນໄຫວຂອງສານ, ພິເສດແມ່ນບັນດາໂຄງການກໍ່ສ້າງຄວາມສາມາດພື່ອໜູນຊ່ວຍໃຫ້ບັນດາປະເທດພວມພັດທະນາ.






