• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຊີດຊູ ແລະ ມອບນາມມະຍົດຊາວກະສິກອນ ຫວຽດນາມ ດີເດັ່ນ 100 ຄົນ

ຕາມສູນກາງສະມາຄົມຊາວກະສິກອນ ຫວຽດນາມ ແລ້ວ, ໃນຈຳນວນຊາວກະສິກອນດີເດັ່ນ 100 ຄົນໃນປີນີ້, ມີຊາວກະສິກອນ 42 ຄົນບັນລຸໄດ້ກຳໄລກວ່າ 3 ຕື້ດົ່ງ/ປີ (ປະມານ 126.000 USD).
ທີ່ການພົບປະກັບຊາວກະສິກອນດີເດັ່ນ (ພາບ: dangcongsan.vn)

ຕອນຄ່ຳວັນທີ 13 ຕຸລາ, ຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ, ໄດ້ຈັດພິທີ “ເຊີດຊູ ແລະ ມອບນາມມະຍົດຊາວກະສິກອນ ຫວຽດນາມ ດີເດັ່ນ 2023, ຍ້ອງຍໍ 63 ສະຫະກອນກະສິກຳດີເດັ່ນ”.

ມີຊາວກະສິກອນດີເດັ່ນ 100 ຄົນໃນຈຳນວນຊາວກະສິກອນນັບລ້ານຄົນທີ່ມີຜົນງານການຜະລິດ, ດຳເນີນທຸລະກິດເກັ່ງໃນທົ່ວປະເທດໄດ້ນໍາເອົາຄວາມເປັນກຽດ, ຄວາມເອກອ້າງທະນົງໃຈ, ຄວາມພາກພູມໃຈ ແລະ ຄວາມຄາດຫວັງເມື່ອມານະຄອນຫຼວງເພື່ອເຂົ້າຮ່ວມພິທີເຊີດຊູ. ຊາວກະສິກອນດີເດັ່ນຜູ້ໜຶ່ງໄດ້ແບ່ງວ່າ:

“ໂດຍແມ່ນໜຶ່ງໃນຈຳນວນຊາວກະສິກອນທີ່ດີເດັ່ນ 100 ຄົນໃນປີນີ້, ນີ້ແມ່ນຄວາມເປັນກຽດຂອງສ່ວນບຸກຄົນ ແລະ ກໍ່ແມ່ນກຳລັງໜູນເພື່ອໃຫ້ຂ້າພະເຈົ້າສືບຕໍ່ເດີນຕາມເສັ້ນທາງທີ່ໄດ້ເລືອກ. ຂ້າພະເຈົ້າປາດຖະໜາຢາກຮຽນຮູ້ ແລະ ພົບປະແລກປ່ຽນບົດຮຽນໃນການດຳເນີນທຸລະກິດ, ປຸງແຕ່ງສິນໃນນ້ຳ, ສິນທະເລກັບຊາວກະສິກອນອື່ນໆ.”

ຕາມສູນກາງສະມາຄົມຊາວກະສິກອນ ຫວຽດນາມ ແລ້ວ, ໃນຈຳນວນຊາວກະສິກອນດີເດັ່ນ 100 ຄົນໃນປີນີ້, ມີຊາວກະສິກອນ 42 ຄົນບັນລຸໄດ້ກຳໄລກວ່າ 3 ຕື້ດົ່ງ/ປີ (ປະມານ 126.000 USD). ຖ້າຫາກວ່າປີ 2022 ຊາວກະສິກອນດີເດັ່ນມີລາຍຮັບສູງສຸດແມ່ນ 70 ຕື້ດົ່ງ (ປະມານ 2,95 ລ້ານ USD), ໃນປີນີ້, ຊາວກະສິກອນດີເດັ່ນມີລາຍຮັບສູງສຸດແມ່ນ 140 ຕື້ດົ່ງ (ປະມານ 5,9 ລ້ານ USD).

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top