ຂ່າວສານ
ຮ່າໂນ້ຍ ຮັບຮອງເອົາມະຕິວ່າດ້ວຍການໜູນຊ່ວຍຍານພາຫະນະຄົມມະນາຄົມສີຂຽວ ແລະ ແຜນຮ່າງເຂດປ່ອຍອາຍພິດຕ່ຳ
ຕອນບ່າຍວັນທີ 15 ມິຖຸນາ, ສະພາປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຮັບຮອງເອົາມະຕິວ່າດ້ວຍການການກຳນົດນະໂຍບາຍຈຳນວນໜຶ່ງທີ່ໜູນຊ່ວຍການຫັນປ່ຽນຍານພາຫະນະຄົມມະນາຄົມທາງບົກ ຈາກການນຳໃຊ້ເຊື້ອເພີງຟອກຊິວ ມານຳໃຊ້ພະລັງງານສະອາດ ແລະ ສົ່ງເສີມການນຳໃຊ້ຍານພາຫະນະສາທາລະນະ ໃນບໍລິເວນນະຄອນ ຮ່າໂນ້ຍ; ຮັບຮອງເອົາແຜນຮ່າງເຂດປ່ອຍອາຍພິດຕ່ຳໃນ ເສັ້ນທາງອ້ອມຮອບຕົວເມືອງເລກ 01.
ຕາມນັ້ນແລ້ວ, ນັບແຕ່ວັນທີ 1 ກໍລະກົດ ຈະມາເຖິງ, 11 ເສັ້ນທາງນອນໃນເຂດຖະໜົນຄົນຍ່າງ ໜອງ ຮວ່ານກຽມ ແລະ ຕະຫຼາດນັດຍາມກາງຄືນຢູ່ຄຸ້ມຖະໜົນເກົ່າ ຈະຈັດຕັ້ງການປະຕິບັດທົດລອງເຂດປ່ອຍອາຍພິດຕຳ ແນ່ໃສ່ປົວແປງຄຸນນະພາບຂອງອາກາດ. ມະຕິສະບັບນີ້ ໄດ້ກຳນົດນະໂຍບາຍໜູນຊ່ວຍພິເສດສຳລັບການກູ້ຢືມທຶນ, ໜູນຊ່ວຍອັດຕາດອກເບ້ຍເຖິງ 30% ດອກເບ້ຍເງິນກູ້ ໃຫ້ແກ່ຫົວໜ່ວຍ, ອົງການຈັດຕັ້ງ ເມື່ອຫັນປ່ຽນຍານພາຫະນະຄົມມະນາຄົມສີຂຽວ; ນະໂຍບາຍສົ່ງເສີມການນຳໃຊ້ຍານພາຫະນະຂົນສົ່ງຜູ້ໂດຍສານສາທາລະນະ ດ້ວຍລົດເມ ແລະ ເສັ້ນທາງລົດໄຟຕົວເມືອງ, ບໍ່ເກັບຄ່າສຳລັບຜູ້ຂີ່ລົດເມພາຍໃນເສັ້ນທາງອ້ອມຮອບຕົວເມືອງເລກ 01.






