• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າໂນ້ຍ ເພີ່ມທະວີການຮ່ວມມືກັບ ຝລັ່ງ ໃນຂົງເຂດພັດທະນາຄົມມະນາຄົມ, ຕົວເມືອງ

ປະຊາຊົນຫວຽດນາມ ເວົ້າລວມ ແລະ ປະຊາຊົນນະຄອນຮ່າໂນ້ຍເວົ້າສະເພາະ ມີຄວາມປະຕິຊົມຊື່ນເມື່ອເຫັນປະຈັກຕາການພົວພັນລະຫວ່າງສອງປະເທດໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງໃນໄລຍະຜ່ານມາ. 

ທ່ານ ຫງວຽນດຶກຈູງ ປະທານຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ  ເຮັດວຽກກັບທ່ານນາງ Stephanie Do (ພາບ: hanoimoi.com.vn)

ຕອນບ່າຍວັນທີ 15 ກໍລະກົດ, ທ່ານ ຫງວຽນດຶກຈູງ ປະທານຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ມີການພົບປະ ແລະ ເຮັດວຽກກັບທ່ານນາງ Stephanie Do, ສະມາຊິກສະພາແຫ່ງຊາດ ແລະ ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຝລັ່ງ - ຫວຽດນາມ ຂອງສະພາແຫ່ງຊາດຝລັ່ງ. ທີ່ການເຮັດວຽກ, ທ່ານປະທານຄະນະກໍາມະການປະຊາຊົນ ຫງວຽນດຶກຈູງ ເນັ້ນໜັກວ່າ ປະຊາຊົນຫວຽດນາມ ເວົ້າລວມ ແລະ ປະຊາຊົນນະຄອນຮ່າໂນ້ຍເວົ້າສະເພາະ ມີຄວາມປະຕິຊົມຊື່ນເມື່ອເຫັນປະຈັກຕາການພົວພັນລະຫວ່າງສອງປະເທດໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງໃນໄລຍະຜ່ານມາ. ໃນໄລຍະຈະມາເຖິງ, ຮ່າໂນ້ຍ ປາດຖະໜາຢາກຮ່ວມມືກັບບັນດາທ້ອງຖິ່ນຂອງ ຝລັ່ງ ໃນຂົງເຂດກໍ່ສ້າງພື້ນຖານໂຄງລ່າງຮັບໃຊ້ບັນດາການເຄື່ອນໄຫວວັດທະນະທໍາສັງຄົມ, ແບ່ງປັນປະສົບການກ່ຽວກັບການພັດທະນາລະບົບເຂດ Start up, ແກ້ໄຂບັນຫາມົນລະພິດສິ່ງແວດລ້ອມ ແລະ ສິ່ງເສດເຫຼືອ.
(ແຫຼ່ງຄັດຈາກ VOV)

ສະຫາຍອເລຂາທິການໃຫຍ່ ໂຕເລີມ: ສຳນັກຂ່າວສານ ຫວຽດນາມ ສືບຕໍ່ຢືນຢັນບົດບາດເປັນອົງການຂ່າວສານຍຸດທະສາດ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງ ພັກ ແລະ ລັດ

ສະຫາຍອເລຂາທິການໃຫຍ່ ໂຕເລີມ: ສຳນັກຂ່າວສານ ຫວຽດນາມ ສືບຕໍ່ຢືນຢັນບົດບາດເປັນອົງການຂ່າວສານຍຸດທະສາດ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງ ພັກ ແລະ ລັດ

ຕອນເຊົ້າວັນທີ 14 ກັນຍາ, ຢູ່ສູນສຳນັກຂ່າວແຫ່ງຊາດ, ເລກທີ 5 ຫຼີເຖື່ອງກຽດ, ຮ່າໂນ້ຍ, ສຳນັກຂ່າວສານຫວຽດນາມ (VNA) ໄດ້ຈັດພິທີມອບຫຼຽນໄຊ ໂຮ່ຈີມິນ (ເປັນຄັ້ງທີ 3) ແລະ ສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອຂອງສຳນັກຂ່າວສານ ຫວຽດນາມ (ວັນທີ 15 ກັນຍາ 1945 - ວັນທີ 15 ກັນຍາ 2025). ສະຫາຍເລຂາທິການໃຫຍ່ ໂຕເລີມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ. ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ, ປະທານສະພາແຫ່ງຊາດ ເຈີ່ນແທງເໝີ໊ນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດ໊ວັນຈ໋ຽນ ໄດ້ສົ່ງກະຕ່າດອກໄມ້ ແລະ ຈົດໝາຍອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອຂອງສຳນັກຂ່າວສານ ຫວຽດນາມ.

Top